ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນປະຕິບັດມະຕິກ່ຽວກັບການຍົກລະດັບ ແລະ ປ່ຽນຊື່ໜັງສືພິມ ດ້າຍບ໋ຽວເຍີນເຢິນ (ຜູ້ແທນປະຊາຊົນ)

Chia sẻ
(VOVWORLD) - ຕອນເຊົ້າວັນທີ 18 ຕຸລາ, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຍົກລະດັບຂຶ້ນເປັນໜັງສືພິມປະເພດ 1 ແລະ ປ່ຽນຊື່ໜັງສືພິມຜູ້ເປັນຕົວແທນປະຊາຊົນມາເປັນໝັນສືພິມຜູ້ແທນປະຊາຊົນ.
ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນປະຕິບັດມະຕິກ່ຽວກັບການຍົກລະດັບ ແລະ ປ່ຽນຊື່ໜັງສືພິມ ດ້າຍບ໋ຽວເຍີນເຢິນ (ຜູ້ແທນປະຊາຊົນ) - ảnh 1 ທ່ານນາງ ຫງວຽນທິກິມເງິນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນປະຕິບັດມະຕິກ່ຽວກັບການຍົກລະດັບ ແລະ ປ່ຽນຊື່ໜັງສືພິມ ດ້າຍບ໋ຽວເຍີນເຢິນ (ຜູ້ແທນປະຊາຊົນ)

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸກ ໄດ້ຕີລາຄາສູງເລື່ອງໜັງສືພິມຜູ້ແທນປະຊາຊົນໄດ້ຊອກຮູ້, ເປັນເຈົ້າການ, ປະດິດຄິດສ້າງ, ປ່ຽນແປງໃໝ່ກ່ຽວກັບເນື້ອໃນ ແລະ ຮູບການຢ່າງບໍ່ຢຸດຢັ້ງ ແນໃສ່ຍົກສູງຄຸນນະພາບ, ປະຕິບັດວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດຢຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

        “ໜ້າທີ່ຂອງໜັບສືພິມຜູ້ແທນປະຊາຊົນແມ່ນຕ້ອງມີລັກສະນະອ້າງເຫດຜົນ, ໄຈ້ແຍກຕີລາຄາສູງ, ມີລັກສະນະສະໜອງຂໍ້ມູນຂ່າວສານ, ເອກະສານກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍໄດ້ລະບຸໃນບັນດາມະຕິຂອງພັກ, ບັນດາໂຄງການສຳຄັນໃນວິວັດທະນາການສ້າງກົດໝາຍຂອງສະພາແຫ່ງຊາດ, ພ້ອມທັງ, ພາຍຫລັງບັນດາແຜນນະໂຍບາຍ, ນະໂຍບາຍໄດ້ຮັບການສ້າງຂັ້ນນັ້ນ ບົດບາດຂອງສື່ມວນຊົນຕ້ອງໃຫ້ຂ່າວສ້າງຄວາມເຫັນດີເຫັນພ້ອມ, ແຜ່ຂະຫຍາຍໃນສັງຄົມ ເພື່ອປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຢ່າງມີປະສິດທິຜົນ ແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງປະເທດ.

ຕອບກັບ