ພິ​ທີ​ສົ່ງ​ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ Olympic Paris 2024

Chia sẻ
(VOVWORLD) -  ຕອນບ່າຍວັນທີ 17 ກໍລະກົດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກົມກິລາກາຍຍະກຳ ແລະ ຄະນະກຳມະການ Olympic ຫວຽດນາມ ໄດ້ສົມທົບກັນຈັດພິທີສົ່ງຄະນະນັກກິລາ ຫວຽດນາມ ເດີນທາງໄປເຂົ້າຮ່ວມງານມະຫາກຳກິລາ Olympic Paris 2024.
ພິ​ທີ​ສົ່ງ​ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ Olympic Paris 2024 - ảnh 1ການນຳພວກສ່ວນທີ່ກ່ຽວຂ້ອງຖ່າຍຮູບພ້ອມກັບນັກກິລາ ກ່ອນເດີນທາງໄປແຂ່ງຂັນ (ພາບ: VOV)

 ຄະນະນັກກິລາ ຫວຽດນາມ ລວມມີ 39 ຄົນ ໃນນັ້ນ ມີນັກກິລາ 16 ຄົນ ຂອງກິລາ 11 ປະເພດ ພ້ອມດ້ວຍຄູຝຶກ, ນັກຊ່ຽວຊານ 16 ຄົນ ແລະ ທ່ານໝໍ 2 ຄົນ ແລະ ບັນດາພະນັກງານຮັບຜິດຊອບຄະນະ, ໂດຍທ່ານ ດັ້ງຮ່າຫວຽດ, ຫົວໜ້າກົມກິລາກາຍຍະກຳ, ເປັນຫົວໜ້າຄະນະ. ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າຄະນະ ດັ້ງຮ່າຫວຽດ ໃຫ້ຮູ້ວ່າ:

“ສຳລັບຄະນະນັກກິລາ ຫວຽດນາມ ມີຄວາມສະດວກຫຼາຍຢ່າງ. ທີໜຶ່ງແມ່ນ ພວກເຮົາໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳພັກ, ລັດ. ທີສອງແມ່ນ ໄດ້ຮັບການລົງທຶນເອົາໃຈໃສ່ຝຶກແອບມາແຕ່ດົນ, ແຕ່ກ່ອນນີ້ 10 ກວ່າປີ. ນອກຈາກນັ້ນແລ້ວ, ທ້າຍປີ 2023, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວກໍໄດ້ເປັນປະທານກອງປະຊຸມ “ຍົກລະດັບ ASIAD, ຄວາມຄາດຫວັງ Olympic”, ຈາກນັ້ນ ກໍ່ຍົກອອກບັນດາມາດຕະການລະອຽດ ແລະ ຍາວນານເພື່ອເຮັດແນວໃດໃຫ້ກິລາ ຫວຽດນາມ ປະສົບຜົນສຳເລັດໃນການແຂ່ງຂັນທີ່ງານມະຫາກຳກິລາ ອາຊີ (ASIAD) ແລະ Olympic.”

Olympic Paris ດຳເນີນແຕ່ວັນທີ 16 ກໍລະກົດ ຫາວັນທີ 11 ສິງຫາ ຢູ່ນະຄອນຫຼວງຂອງປະເທດ ຝລັ່ງ ແລະ ເຂດໃກ້ຄຽງ ແມ່ນເຫດການກິລາສາກົນໃຫຍ່ສຸດໃນປີ 2024, ໂດຍເຕົ້າໂຮມບັນດານັກກິລາດີເດັ່ນທີ່ສຸດໃນໂລກເຂົ້າຮ່ວມການແຂ່ງຂັນໃນ 329 ເນື້ອໃນແຂ່ງຂັນຂອງກິລາ 32 ປະເພດ.

ຕອບກັບ