ພິທີລະນຶກ 130 ປີ ແຫ່ງວັນຄ້າຍວັນເກີີດຂອງທ່ານອະດີດປະທານສະພາແຫ່ງຊາດຫວຽດນາມ ບຸ່ຍບັ່ງດວ່ານ

Chia sẻ
(VOVWORLD) -ພິທີລະນຶກ 130 ປີແຫ່ງວັນຄ້າຍວັນເກີດຂອງທ່ານອະດີດຫົວໜ້າຄະນະປະຈໍາສະພາແຫ່ງຊາດ ບຸ່ຍບັ່ງດວ່ານ ແມ່່ນໂອກາດເພື່ອໃຫ້ພວກເຮົາສະສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງບັນດາຄຸນງາມຄວາມດີ, ການອຸທິດສ່ວນອັນໃຫຍ່ຫຼວງຂອງເພີ່ນ ທີ່ມີຕໍ່ປະຊາຊົນ ແລະ ການປະຕິວັດຫວຽດນາມ. 
ພິທີລະນຶກ 130 ປີ ແຫ່ງວັນຄ້າຍວັນເກີີດຂອງທ່ານອະດີດປະທານສະພາແຫ່ງຊາດຫວຽດນາມ ບຸ່ຍບັ່ງດວ່ານ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ກ່າວຄໍາເຫັນທີ່ພິທີ (ພາບ: quochoi.vn)

ຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີລະນຶກເຖິງວັນຄ້າຍວັນເກີດຂອງທ່ານບຸ່ຍບັ່ງດວ່ານ ອະດີດຫົວໜ້າຄະນະປະຈໍາສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປັດຈຸບັນແມ່ນປະທານສະພາແຫ່ງຊາດ ສສ.ຫວຽດນາມ).

        ກ່າວຄໍາເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ:

        “ພິທີລະນຶກ 130 ປີແຫ່ງວັນຄ້າຍວັນເກີດຂອງທ່ານອະດີດຫົວໜ້າຄະນະປະຈໍາສະພາແຫ່ງຊາດ ບຸ່ຍບັ່ງດວ່ານ ແມ່່ນໂອກາດເພື່ອໃຫ້ພວກເຮົາສະສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງບັນດາຄຸນງາມຄວາມດີ, ການອຸທິດສ່ວນອັນໃຫຍ່ຫຼວງຂອງເພີ່ນ ທີ່ມີຕໍ່ປະຊາຊົນ ແລະ ການປະຕິວັດຫວຽດນາມ. ເພິ່ນເປັນແບບຢາງດີເດັ່ນຂອງຜູ້ຊົງຄຸນວຸດທິຮັກຊາດຢ່າງແທ້ຈິງ, ສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.  ນໍ້າໃຈເຮັດວຽກຢ່າງສຸດໃຈ, ເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ ແລະ ດໍາລົງຊີວິດແບບສະຫງ່ຽມຄ່ຽມຄົມ, ລຽບງ່າຍ, ບໍ່ເພື່ອຜົນປະໂຫຍດສ່ວນຕົວຂອງເພິ່ນນັ້ນ ແມ່ນແບບຢາງອັນໃສແຈ້ງ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ພ້ອມດ້ວຍພາລະກອນ, ສະມາຊິກພັກ ແລະ ທົ່ວປວງຊົນທັງຊາດຮໍ່າຮຽນຕາມ. ແບບຢາງຂອງເພິ່ນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການບໍາລຸງສ້າງອຸດົມການ, ມູນເຊື້ອປະຕິວັດໃຫ້ແກ່ພະນັກງານ, ພາລະກອນ, ສະມາຊິກພັກ ແລະ ປະຊາຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມໃນຂະບວນວິວັດແຫ່ງການສ້າງສາປະເທດຊາດ”.

        ປະທານສະພາແຫ່ງຊາດປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດ ແລະ ພາລະກອນ ຈົ່ງຮໍ່າຮຽນຕາມບົດຮຽນຂອງເພິ່ນ ໃນທຸກການເຄື່ອນໄວ ແລະ ໃນທຸກຖານະຕໍາແໜ່ງຂອງຕົນ. 

ຕອບກັບ