ພິທີປະດັບຫຼຽນໄຊຂອງລັດ ຫວຽດນາມ ແລະ ລາວ

Chia sẻ
(VOVWORLD) -ກໍ່ທີ່ພິທີ, ທ່ານ ຈັນສະໜອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ກໍ່ໄດ້ປະດັບຫຼຽນໄຊຂອງ ລັດ ແລະ ກະຊວງປ້ອງກັນປະເທດ ລາວ ໃຫ້ກອງທັບປະຊາຊົນຫວຽດນາມ ແລະ ບັນດາການນຳ, ຜູ້ບັນຊາບັນດາ ອົງການ, ຫົວໜ່ວຍຂອງກະຊວງປ້ອງກັນປະເທດ ຫວຽດນາມ.

ພິທີປະດັບຫຼຽນໄຊຂອງລັດ ຫວຽດນາມ ແລະ ລາວ - ảnh 1 ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມກ່າວຄຳເຫັນທີ່ພິທີ

(ພາບ: QĐND)

ຕອນເຊົ້າ ວັນທີ18 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັບ ກະຊວງປ້ອງກັນປະເທດ ລາວ ຈັດຕັ້ງພິທີປະດັບຫຼຽນໄຊຂອງລັດ ຫວຽດນາມ ແລະ ລັດ ລາວ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດປະດັບຫຼຽນໄຊອັນສູງສົ່ງຂອງ ລັດ ຫວຽດນາມ - ຫຼຽນໄຊເອກະລາດຊັ້ນໜຶ່ງ ໃຫ້ທ່ານພົນເອກ ຈັນສະໜອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນ ຫວຽດນາມ ໄດ້ຮັບຮູ້ຄຸນງາມຄວາມດີອັນໃຫຍ່ຫຼວງ, ຜົນງານດີເດັ່ນຂອງ ທ່ານພົນເອກ ຈັນສະໜອນ ຈັນຍາລາດ ໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ເນັ້ນໜັກວ່າ:

ໃນປີ 2020 ແມ່ນປີ ຫວຽດນາມດຳລົງສອງຕຳແໜ່ງໃນລະດັບພາກພື້ນ ແລະ ທົ່ວໂລກ ນັ້ນແມ່ນເປັນປະທານອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021. ໃນນັ້ນ, ກະຊວງປ້ອງກັນປະເທດ ຫວຽດນາມຈະເປັນປະທານຈັດຕັ້ງ 20ກວ່າເຫດການດ້ານການທະຫານ, ການປ້ອງກັນຊາດ. ້າພະເຈົ້າເຊື່ອໝັ້ນວ່າການຮ່ວມມືຢ່າງແໜ້ນແຟ້ນມີປະສິດທິຜົນຂອງ ກະຊວງປ້ອງກັນປະເທດ ລາວ ຈະປະກອບສ່ວນສຳຄັນເຂົ້າໃນຜົນມສຳເລັດຂອງ ຫວຽດນາມ, ຜ່ານນັ້ນປະກອບສ່ວນປັບປຸງຄວາມສາມັກຄີ ແລະ ສະໜິດຕິດພັນ ອາຊຽນ, ຍົກສູງກຳລັງແຮງພາຍໃນ, ຍູ້ແຮງວິວັດທະນາການສ້າງປະຊາຄົມ ອາຊຽນ ນັບມື້ນັບມີການຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ເຂັ້ມແຂງ.

ກໍ່ທີ່ພິທີ, ທ່ານ ຈັນສະໜອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ກໍ່ໄດ້ປະດັບຫຼຽນໄຊຂອງ ລັດ ແລະ ກະຊວງປ້ອງກັນປະເທດ ລາວ ໃຫ້ກອງທັບປະຊາຊົນຫວຽດນາມ ແລະ ບັນດາການນຳ, ຜູ້ບັນຊາບັນດາ ອົງການ, ຫົວໜ່ວຍຂອງກະຊວງປ້ອງກັນປະເທດ ຫວຽດນາມ.

ຕອບກັບ