ມີລາງວັນຫຼຽນຄໍາ 24 ລາງວັນ, ລາງວັນຫຼຽນເງິນ 40 ລາງວັນ ຊຶ່ງໄດ້ມອບໃຫ້ບັນດານັກສິລະປິນຫວຽດນາມ ແລະ ສາກົນ ທີ່ພິທີປິດ. |
ໃນຈໍານວນບົດລະຄອນ 14 ບົດ ຂອງຫວຽດນາມ ທີ່ເຂົ້າຮ່ວມງານມະໂຫລານຄັ້ງນີ້, ມີບົດລະຄອນ 04 ບົດ ຄວ້າໄດ້ຫຼຽນຄໍາ 04 ຫຼຽນ ແລະ ຫຼຽນເງິນ 01 ຫຼຽນ. ນັກສິລະປິນປະຊາຊົນ ເລຕ໊ຽນເທາະ, ປະທານສະມາຄົມນັກສິລະປິນບົນເວທີສະແດງ ຫວຽດນາມ ໃຫ້ຮູ້ວ່າ ບັນດາບົດປະພັນທົດລອງຢູ່ງານມະໂຫລານຄັ້ງນີ້ ໄດ້ນໍາມາເຊິ່ງຄວາມຮູ້ສຶກທີ່ແຕກຕ່າງກັນໃຫ້ແກ່ຜູ້ຊົມ.
“ດ້ວຍບົດປະພັນ 21 ບົດ ທີ່ສະແດງພາຍໃນ 10 ວັນ, ພວກເຮົາໄດ້ຕ່າງກໍມີຄວາມຮູ້ສຶກທາງດ້ານສິລະປະໃນແຕ່ລະບົດປະພັນ. ງານມະໂຫລານຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນພົບປະແລກປ່ຽນບົດຮຽນນໍາກັນ”.
ງານມະໂຫລານເວທີສະແດງທົດລອງຄັ້ງທີ 5 ຈະດໍາເນີນໃນປີ 2022 ຢູ່ຮ່າໂນ້ຍ.