ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊາວເຜົ່າສ່ວນໜ້ອຍດີເດັ່ນ

Chia sẻ
(VOVWORLD) -ນີ້ແມ່ນບັນດານັກຮຽນ, ນັກສຶກສາຍາດໄດ້ລາງວັນທີ 1, ທີ 2 ຢູ່ບັນດາການສອບເສັງນັກຮຽນເກັ່ງລະດັບຊາດ, ການສອບເສັງວິທະຍາສາດເຕັກນິກລະດັບຊາດປີ 2019…

ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊາວເຜົ່າສ່ວນໜ້ອຍດີເດັ່ນ - ảnh 1 ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊາວເຜົ່າສ່ວນໜ້ອຍດີເດັ່ນ

(ພາບ: Tiền Phong)

ຕອນຄ່ຳວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊາວເຜົ່າສ່ວນໜ້ອຍດີເດັ່ນປີ 2019, 120 ຄົນ. ນີ້ແມ່ນບັນດານັກຮຽນ, ນັກສຶກສາຍາດໄດ້ລາງວັນທີ 1, ທີ 2 ຢູ່ບັນດາການສອບເສັງນັກຮຽນເກັ່ງລະດັບຊາດ, ການສອບເສັງວິທະຍາສາດເຕັກນິກລະດັບຊາດປີ 2019… ກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ພັດທະນາການສຶກສາບຳລຸງສ້າງເຂດຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ຖືການສຶກສາບຳລຸງສ້າງແມ່ນເສັ້ນທາງເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ, ເນັ້ນໜັກວ່າ.

        “ຂ້າພະເຈົ້າປາດຖະໜາວ່າ, ຍາມໃດພວກນ້ອງກໍ່ມີຄວາມເຊື່ອໝັ້ນຕົນເອງ, ສາມັກຄີກັນສືບຕໍ່ສູ້ຊົນ, ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍກຳລັງຄວາມສາມາດໃນການປະດິດຄິດສ້າງ ເພື່ອກຽມຈິດກຽມໃຈໃຫ້ກາຍເປັນພົນລະເມືອງດີມີປະໂຫຍດ, ມີການອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດນັບມື້ນັບຫຼາຍຂຶ້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍມູນເຊື້ອມັກຮ່ຳມັກຮຽນຂອງຊາດ, ດ້ວຍຄວາມມານະພະຍາຍາມຂອງຄູອາຈານ ແລະ ພວກນ້ອງ, ເຂດຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຈະມີນັກຮຽນ, ນັກສຶກສາ, ຊາວໜຸ່ມດີເດັ່ນ ຫຼາຍກວ່ານີ້ອີກ.”

ຕອບກັບ