ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ເພື່ອ​ຍົກ​ສູງ​ລັກ​ສະ​ນະ​ແກ້ງ​ແຍ່ງ​ແຫ່ງ​ຊາດ

Chia sẻ
(VOVWORLD) -ຕອນບ່າຍວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄົບຄະນະ ເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະ ອາຊຽນ 2020. ເຫດການໂດຍຄະນະເສດຖະກິດສູນກາງ ແລະ ກະຊວງກໍ່ສ້າງ ຫວຽດນາມ ສົມທົບກັບບາງກະຊວງ, ຂະແໜງການຈັດຕັ້ງຂຶ້ນ.
ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ເພື່ອ​ຍົກ​ສູງ​ລັກ​ສະ​ນະ​ແກ້ງ​ແຍ່ງ​ແຫ່ງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟູກກ່າວຄຳເຫັນທີ່  ກອງປະຊຸມຄົບຄະນະ ເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະ ອາຊຽນ 2020 (ພາບ: VGP)

ກ່າວຄຳເຫັນທີ່ເວທີປາໄສ, ໃນຖານະຕຳແໜ່ງ ຫວຽດນາມເປັນປະທານອາຊຽນ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ບັນດາສະມາຊິກ ອາຊຽນ ຈະຍົກສູງຈິດໃຈສາມັກຄີ, ຕັດສິນໃຈ, ຮ່ວມແຮງຮ່ວມໃຈປະຕິບັດບັນດາບຸລິມະສິດຂອງປີ ອາຊຽນ 2020 ໃຫ້ເປັນຢ່າງດີ, ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນໃຫ້ປະສົບຜົນສຳເລັດ. ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ຫວຽດນາມມີຫຼາຍນະໂຍບາຍ ແລະ ມານະພະຍາຍາມພັດທະນາ ຕົວເມືອງອັດສະລິຍະ, ຖືການກໍ່ສ້າງຕົວເມືອງອັດສະລິຍະເປັນໜຶ່ງໃນ 3 ເນື້ອໃນຫຼັກແຫຼ່ງໃນວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ ຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານ ຫງວຽນຊວັນຟຸກກ່າວວ່າ:

        ຫວຽດນາມກຳນົດວ່າ ການພັດທະນາຕົວເມືອງອັດສະລິຍະ, ຍືນຍົງແມ່ນທິດເດີນທີ່ມີລັກສະນະບຸກທະລຸເພື່ອປະກອບສ່ວນຍົກສູງລັກສະນະແກ້ງແຍ້ງແຫ່ງຊາດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວນີ້, ການພັດທະນາຕົວເມືອງອັດສະລິຍະ, ກ່ອນອື່ນໝົດຕ້ອງຕິດພັນຢ່າງແໜ້ນແຟ້ນກັບພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ແຂງແກ່ນ, ສ້າງອຳນາດການປົກຄອງເອເລັກໂຕນິກ, ກ້າວໄປເຖິງອຳນາດການປົກຄອງດີຈີຕອນໃນການປະຕິວັດອຸດສາຫະກຳ 4.0 ແລະ ວິວັດການພັດທະນາຕົວເມືອງ ຫວຽດນາມ.

ຕອບກັບ