ພັກປະຊາຊົນປະຕິວັດ ລາວ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານຂອງພັກກອມມູນິດ ຫວຽດນາມ

Chia sẻ
(VOVWORLD) - ວັນທີ 03 ກຸມພາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020). 
ພັກປະຊາຊົນປະຕິວັດ ລາວ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານຂອງພັກກອມມູນິດ ຫວຽດນາມ  - ảnh 1 ພັກປະຊາຊົນປະຕິວັດ ລາວ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານຂອງພັກກອມມູນິດ ຫວຽດນາມ  (ພາບ: ຫວຽດນາມ +)

ທ່ານນາງ ສູນທອນ ໄຊຍະຈັກ ໄດ້ຢັ້ງຢືນວ່າ: ພັກ, ລັດ ລາວ ມີຄວາມປິຕິຊົມຊື່ນ, ເອກອ້າງທະນົງໃຈ ແລະ ຕີລາຄາສູງບັນດາຜົນງານອັນໃຫຍ່ຫລວງ ເຊິ່ງພັກ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນຕະຫລອດ 90 ປີຜ່ານມາ; ຖືນີ້ ແມ່ນແຫຼ່ງກຳລັງໜູນອັນໃຫຍ່ຫລວງ ແລະ ແຂງແຮງໃຫ້ແກ່ພັກປະຊາຊົນປະຕິວັດລາວ ໃນກິດຈະການຕໍ່ສູ້ຍາດເອົາເອກະລາດເມື່ອກ່ອນນີ້, ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້.

        ແລະກໍ່ໃນວັນດຽວກັນ, ອົງການຈັດຕັ້ງ, ໝູ່ຄະນະ, ອົງການການເມືອງຫລາຍແຫ່ງຂອງລາວກໍ່ໄດ້ມາສະຖານທູດ ຫວຽດນາມ ປະຈຳລາວ ທີ່ນະຄອນຫລວງ ວຽງຈັນ ຊົມເຊີຍບັນດາຜົນງານເຊິ່ງພັກກອມມູນິດ ຫວຽດນາມ ບັນລຸໄດ້ໃນຕະຫລອດ 90 ປີຜ່ານມາເຊັ່ນດຽວກັນ.

ພັກປະຊາຊົນປະຕິວັດ ລາວ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານຂອງພັກກອມມູນິດ ຫວຽດນາມ  - ảnh 2 ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

       ແລະໃນວັນທີ 03 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ເຂົ້າຮ່ວມພິທີ, ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິງ, ບັນດາສະມາຊິກພັກພວມດຳເນີນຊີວິດຢູ່ບັນດາໜ່ວຍພັກຂຶ້ນກັບອົງຄະນະພັກສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ, ພ້ອມດ້ວຍພະນັກງານສະຖານທູດ, ອົງການຈັດຕັ້ງອ້ອມຂ້າງສະຖານທູດ ແລະ ບັນດານັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ກຳປູເຈຍ ເປັນຈຳນວນຫລວງຫລາຍ.

ຕອບກັບ