ພັກນິຍົມຮັກສາເດີມຍາດໄດ້ໄຊຊະນະ, ຍາດໄດ້ທີ່ນັ່ງສ່ວນຫຼາຍໃນການເລືອກຕັ້ງຢູ່ອັງກິດ

Chia sẻ
(VOVWORLD) -ພັກນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາຢູ່ອັງກິດ ແລະ ຄາດວ່າຈະຍາດໄດ້ທີ່ນັ່ງສ່ວນຫຼາຍ.

ພັກນິຍົມຮັກສາເດີມຍາດໄດ້ໄຊຊະນະ, ຍາດໄດ້ທີ່ນັ່ງສ່ວນຫຼາຍໃນການເລືອກຕັ້ງຢູ່ອັງກິດ - ảnh 1 ພັກນິຍົມຮັກສາເດີມຍາດໄດ້ໄຊຊະນະ, ຍາດໄດ້ທີ່ນັ່ງສ່ວນຫຼາຍໃນການເລືອກຕັ້ງຢູ່ອັງກິດ

(ພາບປະກອບ: Guardian)

ຕາມໝາກຜົນການສຳຫຼວດໃນເບື້ອງຕົ້ນ ພາຍຫຼັງການເລືອກຕັ້ງຢູ່ອັງກິດ ວັນທີ 12 ທັນວາ, ພັກນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາຢູ່ອັງກິດ ແລະ ຄາດວ່າຈະຍາດໄດ້ທີ່ນັ່ງສ່ວນຫຼາຍ.

        ຖ້າຫາກວ່າ, ໝາກຜົນການສຳຫຼວດພາຍຫຼັງການປ່ອນບັດໄດ້ຮັບການຢັ້ງຢືນ, ນີ້ຈະແມ່ນໄຊຊະນະອັນໃຫຍ່ຫຼວງຂອງທ່ານນາຍົກລັດຖະມົນຕີ Boris Johnson, ຍ້ອນວ່າ ກ່ອນໜ້ານີ້, ພັກນິຍົມຮັກສາເດີມຍາດໄດ້ 50 ທີ່ນັ່ງຕື່ມອີກ, ໃນຂະນະທີ່ພັກແຮງງານເສຍທີ່ນັ່ງ 71 ບ່ອນ. ສິ່ງສຳຄັນທີ່ສຸດແມ່ນພັກນິຍົມຮັກສາເດີມ ຍາດໄດ້ທີ່ນັ່ງເປັນສ່ວນຫຼາຍ, ລື່ນກາຍຈຳນວນທີ່ນັ່ງທີ່ຈຳເປັນແມ່ນ 362 ທີ່ນັ່ງ, ເພື່ອສາມາດສ້າງຕັ້ງລັດຖະບານທີ່ບໍ່ຕ້ອງການຮ່ວມສຳພັນບ່ໍ່ວ່າກັບພັກຝ່າຍໃດ. ໝາກຜົນດັ່ງກ່າວຈະຊ່ວຍໃຫ້ທ່ານ Boris Johnson ແກ້ໄຂວິວັດທະນະການ Brexit ໄດ້ຢ່າງເຖິງຖອງ ແລະ ແນ່ນອນວ່າ ປະເທດອັງກິດ ຈະຖອນຕົວອອກຈາກອີຢູ ໃນວັນທີ 31 ມັງກອນ 2020 ຈະມາເຖິງ, ຊ້ຳບໍ່ໜຳແມ່ນໄວກວ່າ ອາດຈະແມ່ນໃນຕົ້ນເດືອນມັງກອນ ປີ 2020.

ຕອບກັບ