ພັກກອມມູນິດຫວຽດນາມມີບົດບາດຕັດສິນຊີ້ຂາດທຸກໄຊຊະນະຂອງການປະຕິວັດ

Chia sẻ
(VOVWORLD) -ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມເນື່ອງໃນໂອກາດສະເຫລີມສະຫລອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ທ່ານນາງ  ສູນທອນ ໄຊຍະຈັກ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດ ລາວ ເນັ້ນຫນັກວ່າ: 

ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແມ່ນການປະສານສົມທົບຂອງລັດທິ ມາກເລນີນ ດ້ວຍຂະບວນການກອມມູນິດ, ກຳມະກອນສາກົນ ແລະ ຂະບວນການຮັກຊາດ ຫວຽດນາມ. ໃນຕະຫລອດ 90 ປີແຫ່ງການເຕີບໃຫຍ່ ແລະ ພັດທະນາ, ພັກກອມມູນິດ ຫວຽດນາມໄດ້ຊີ້ນຳນຳພາປະຊາຊົນຫວຽດນາມ ຕໍ່ສູ້ຢ່າງດຸເດືອດ ລຳບາກກາກກຳ ຍືດເຍື້ອຍາວນານເພື່ອຍາດເອົາເອກະລາດ, ເສລີພາບໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ, ຊີ້ນຳກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ພ້ອມທັງຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ.

ທ່ານນາງ ສູນທອນ ໄຊຍະຈັກ ສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດຫວຽດນາມ ຈະສືບຕໍ່ນຳພາປະຊາຊົນຫວຽດນາມ ໃນພາລະກິດສ້າງສາປະເທດຫວຽດນາມສັງຄົມນິຍົມ, ປະຕິບັດການຫັນເປັນອຸດສາຫະກຳຕາມທິດທັນສະໄຫມ, ບັນລຸເປົ້າໝາຍ ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ປະຊາທິປະໄຕ ແລະ ສີວິໄລ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມທີ່ວາງອອກໃຫ້ ສຳເລັດຜົນ ແລະ ກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃນໄລຍະຈະມາເຖິງສຳເລັດຜົນ.

ຕອບກັບ