ຜູ້​ມີ​ສິດ​ເລືອກຕັ້ງກວ່າ 40 ລ້ານ​ຄົນ ຢູ່ ອາ​ເມ​ລິ​ກາ ໄປປ່ອນ​ບັດ​ກ່ອນ​ກຳ​ນົດ

Chia sẻ
(VOVWORLD) -ຕາມຜົນການສຳຫຼວດໄດ້ຂໍ້ໃຫ້ເຫັນວ່າຜູ້ມີສິດເລືືອກຕັ້ງກວ່າ 40 ລ້ານຄົນຢູ່ ອາເມລິກາ ໄດ້ໄປປ່ອນບັດກ່ອນກຳນົດ, ຄາດຄະເນວ່າອັດຕາການປ່ອນບັດໃນປີ 2020 ຈະສູງກວ່າເມື່ອທຽບໃສ່ 4 ປີກ່ອນນີ້.
ຜູ້​ມີ​ສິດ​ເລືອກຕັ້ງກວ່າ 40 ລ້ານ​ຄົນ ຢູ່ ອາ​ເມ​ລິ​ກາ ໄປປ່ອນ​ບັດ​ກ່ອນ​ກຳ​ນົດ - ảnh 1ຜູ້ມີສິດເລືອກຕັ້ງກວ່າ 40 ລ້ານຄົນ ຢູ່ ອາເມລິກາ ໄປປ່ອນບັດກ່ອນກຳນົດ (ພາບ: AFP)

ຕາມຜົນສຳຫຼວດເຈົ້າໜ້າທີ່ການເລືອກຕັ້ງໂດຍ CNN, Edison ແລະ Catalist ປະຕິບັດ, ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດກ່ອນກຳນົດເວລາຢູ່ 47 ໃນຈຳນວນ 50    ລັດຢູ່ ອາເມລິກາ ໄດ້ຂຶ້ນເຖິງລະດັບກວ່າ 40 ລ້ານຄົນ. ຮອດຈຸດເວລານີ້ຈຳນວນບັດເກືອບເທົ່າກົນ 30% ໃສ່ຍອດຈຳນວນ 136 ລ້ານບັດຂອງການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2016.

ການປ່ອນບັດກ່ອນມື້ເລືອກຕັ້ງໄດ້ເປີດກ້ວາງໃນປີນີ້ຍ້ອນໂລກລະບາດໂຄວິດ-19 ແລະ ນີ້ກໍ່ແມ່ນການເລືອກເຟັ້ນໂດຍ 60% ຈຳນວນຜູ້ມີສິດເລືອກຕັ້ງປາດຖະໜາ. ບາງລັດລວມມີ New Hampshere ເປັນຄັ້ງທຳອິດທີ່ອະນຸຍາດໃຫ້ປະຊາຊົນປ່ອນບັດຜ່ານທາງໄປສະນີ. ໃນຄະນະນັ້ນ, ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດໂດຍກົງກ່ອນມື້ເລືອກຕັ້ງກໍ່ເພີ່ມຂຶ້ນຫຼາຍພໍສົມຄວນ ແລະ ບາງລັດລວມມີ Texas ໄດ້ແກ່ຍາວເວລາການປ່ອນບັດກ່ອນກຳນົດອອກໄປຕື່ມອີກ 1 ອາທິດ.

ຟ້າມຮວັນ, ນັກຂ່າວ VOVປະຈຳ ອາເມລິກາ

ຕອບກັບ