ຜັນຂະຫຍາຍໂຄງການດຳເນີນງານ, ນຳມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເຂົ້າສູ່ຊີວິດການເປັນຢູ່ໂດຍໄວ

Chia sẻ
(VOVWORLD) - ຖືວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາຂອງປະເທດຊາດໃນສະພາບທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຢູ່ເວທີສາກົນ.
ຜັນຂະຫຍາຍໂຄງການດຳເນີນງານ, ນຳມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເຂົ້າສູ່ຊີວິດການເປັນຢູ່ໂດຍໄວ - ảnh 1ບັນດາຜູ້ແທນຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ  ພາບ:TTXVN

  ມີຄວາມພາກພູມໃຈ, ຄວາມເຊື່ອໝັ້ນກຕໍ່ການນຳພາຂອງພັກ, ລັດໃນການສ້າງສາ, ພັດທະນາປະເທດຊາດ ແມ່ນຄວາມຮູ້ສຶກລວມຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ເມື່ອແບ່ງປັນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

      ສະແດງຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ການຕີລາຄາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່ຽວກັບເລື່ອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດຢ່າງຈົບງາມ, ອ້າຍ ຫງວຽນດຶກຕ໊ຽນ, ຮອງເລຂາຄະນະຊາວໜຸ່ມ, ປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ ນະຄອນຮ່າໂນ້ຍ ປາດຖະໜາວ່າ ໃນໄລຍະຈະມາເຖິງ ພັກຈະດຳເນີນການສະຫລຸບຄຳສັ່ງ, ມະຕິກ່ຽວກັບຊາວໜຸ່ມ ເພື່ອຕີລາຄາຄືນໃໝ່ວິວັດການຄະນະພັກຂຸກຂັ້ນປະຕິບັດບັນດາແຜນນະໂຍບາຍຂອງພັກ ໃນການເອົາໃຈໃສ່ບຳລຸງສ້າງ, ພັດທະນາຊາວໜຸ່ມ.

      ຖືວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາຂອງປະເທດຊາດໃນສະພາບທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຢູ່ເວທີສາກົນ. ນາງ ເລທິມິ, ເລຂາຄະນະພັກຕາແສງ ຮ່າງດາວ, ເມືອງ ຮ່ວານກຽມ, ຮ່າໂນ້ຍ ໃຫ້ຮູ້ວ່າ ນາງກໍ່ຄືບັນດາພະນັກງານ, ສະມາຊິກພັກ, ປະຊາຊົນຂອງຕາແສງ ມີຄວາມຫວັງຕໍ່ຄະນະບໍລິຫານງານສູນກາງພັກຊຸດໃໝ່. ນີ້ແມ່ນບັນດາພະນັກງງານດີເດັ່ນກ່ຽວກັບກຳລັງຄວາມສາມາດ, ມີລະດັບຄວາມຮູ້ ແລະ ມີຄຸນສົມບັດ, ຖືຜົນປະໂຫຍດຂອງປະເທດ, ປະຊາຊົນເປັນສຳຄັນແຖວໜ້າ ເພື່ອນຳພາປະເທດຊາດ.

ຕອບກັບ