ປ່ຽນແປງໃໝ່ຢ່າງແຮງໃນວຽກງານແນວໂຮມ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 19 ກັນຍາ, ຢູ່ນອກກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 9, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຫວັງວ່າ ໃນອາຍຸການນີ້ ຈະມີຫລາຍໂຄງການແທດຈິງ, ປ່ຽນແປງໃໝ່ຢ່າງແຮງໃນວຽກງານແນວໂຮມ.

 ຜູ້ແທນຫລາຍທ່ານໄດ້ຕີລາຄາກອງປະຊຸມໃຫຍ່ວ່າ ແມ່ນເຫດການການເມືອງສຳຄັນຂອງປະເທດຊາດ, ສະແດງຄວາມເຊື່ອໝັ້ນ ແລະ ຄວາມຫວັງວຽກງານແນວໂຮມໃນອາຍຸການຈະມາເຖິງ ຈະສືບຕໍ່ມີການປ່ຽນແປງໃໝ່ຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດກ່ວາອີກ. ພະມະຫາອາຈານ ເຈົາ Pros, ຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງ ອານຢາງ ແບ່ງປັນວ່າ:

       “ກອງປະຊຸມໃຫຍ່ຄັ້ງນີ້ແມ່ນສຳຄັນທີ່ສຸດ, ບັນດາຄູບາ ແລະ ພະມະຫາອາຈານມີຄວາມປາດຖະໜາວ່າ ພັກ ແລະ ລັດຈະເອົາໃຈໃສ່ເຖິງບັນດາຊົນເຜົ່າ, ສາສະໜາ ໄດ້ພັດທະນາໃນຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າເທື່ອລະກ້າວ. ພ້ອມທັງ, ເອົາໃຈໃສ່ຊ່ວຍເຫຼືອ, ແນະນຳໃນການປະຕິບັດແນວທາງຂອງພັກ, ລັດ, ໃຫ້ບັນດາຊົນເຜົ່າມີຄວາມເຂົ້າໃຈຢ່າງຈະແຈ້ງ, ຮັບຟັງ, ປະຕິບັດແນວທາງຂອງພັກ ແລະ ລັດເປັນຢ່າງດີ.

ປ່ຽນແປງໃໝ່ຢ່າງແຮງໃນວຽກງານແນວໂຮມ - ảnh 1 ປ່ຽນແປງໃໝ່ຢ່າງແຮງໃນວຽກງານແນວໂຮມ (ພາບ: VGP)

        ເພື່ອໃຫ້ວຽກງານແນວໂຮມສືບຕໍ່ມີການປະກອບສ່ວນສຳຄັນຫລາຍຢ່າງເຖິງການເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ພັດທະນາເສດຖະກິດສັງຄົມ, ຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງ. ຜູ້ແທນ Y M-G-Linh-Nie, ກຳມະການຄະນະບໍລິຫານງານແນວໂຮມປະເທດຊາດຫວຽດນາມ ແຂວງ ດັກນົງ ໃຫ້ຄຳເຫັນວ່າ:

        “ຂ້າພະເຈົ້າມີຄວາມເປັນກຽດທີ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ຫວັງວ່າ ກອງປະຊຸມໃຫຍ່ຈະເສີມຂະຫຍາຍນ້ຳໃຈຄວາມສາມັກຄີກ່ວາອີກ, ສາມັກຄີກັນຢ່າງແໜ້ນແຟ້ນ ເພື່ອໃຫ້ທົ່ວປະເທດປະຕິບັດບັນດາໜ້າທີ່ໃຫ້ສຳເລັດເປັນຢ່າງດີ. ພ້ອມທັງປາດຖະໜາຢາກໄດ້ຮ່ຳຮຽນເອົາບັນດາບົດຮຽນໃນວຽກງານແນວໂຮມ.

ຕອບກັບ