ປະທານາທິບໍດີລັດເຊຍເຊື່ອໝັ້ນການພົວພັນຄູ່ຮ່ວມມືຍຸດທະສາດລັດເຊຍ-ຫວຽດນາມຈະໄດ້ຮັບການປັບປຸງ

Chia sẻ
ທ່ານ​ປະທານາທິບໍດີ ລັດ​ເຊຍ ສະ​ແດງ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລັດ​ເຊຍ - ຫວຽດນາມ ຈະ​ໄດ້​ຮັບ​ການ​ປັບປຸງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ
ປະທານາທິບໍດີລັດເຊຍເຊື່ອໝັ້ນການພົວພັນຄູ່ຮ່ວມມືຍຸດທະສາດລັດເຊຍ-ຫວຽດນາມຈະໄດ້ຮັບການປັບປຸງ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: RIA Novosti/Aleksey Nikolskyi)


(vovworld) – ວັນ​ທີ 2/9, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ​ປີແຫ່ງ​ວັນ​ສະຖາ​ປາ​ນາ​ປະ​ເທດ ສສ ຫວຽດນາມ (2/9/1945 – 2/9/2014). ທ່ານ​ປະທານາທິບໍດີ ລັດ​ເຊຍ ສະ​ແດງ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລັດ​ເຊຍ - ຫວຽດນາມ ຈະ​ໄດ້​ຮັບ​ການ​ປັບປຸງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ, ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ຢູ່​ພາກ​ພື້ນ ​ອາຊີ - ປາຊີ​ຟິກ. ທ່ານ​ປະທາ​ນາ​ທິບໍດີ Putin ຕີ​ລາຄາ​ສູງ​ບັນດາ​ຜົນ​ສຳ​ເລັດ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ເສດຖະກິດ, ສັງຄົມ ​ແລະ ວິ​ທະຍາ​ສາດ - ​ເຕັດ​ນິກ, ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ບົນ​ເວທີສາກົນ. ນອກຈາກ​ນັ້ນ, ທ່ານ​ປະທາ​ນາ​ທິບໍດີ Putin ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​- ຫວຽດນາມ ​ໃນ​ປະຈຸ​ບັນ​ມີ​ລັກສະນະ​ມິດຕະພາບ, ສະໜິດສະໜົມ ​ແລະ ສ້າງ​ສັນ, ຢັ້ງຢືນ​ໄດ້ບັນດາ​ທິດ​ທາງທີ່​ໄດ້​ວາງ​ອອກ​ໃນ​ການ​ເຈລະຈາ​ລະຫວ່າງ​ການ​ນຳ 2 ປະ​ເທດ​ໃນ​ປີ 2013 ຢູ່ ຮ່າ​ໂນ້ຍ, ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ນັ້ນຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ​ຢ່າງເລິກ​ເຊິ່ງກ່ວາ​ອີກ.