ປະທານາທິບໍດີ ຢູແກຼນ ກະຕຸກຊຸກຍູ້ຜູ້ເດີນຂະບວນບໍ່ປຸກປັ່ນໃຊ້ຄວາມຮຸນແຮງ

Chia sẻ
(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Volodymyz Zelenskiy ໄດ້ຮຽກຮ້ອງບັນດາຜູ້ທີ່ເດີນຕາມລັດທິຊາດນິຍົມເຊິ່ງເຂົ້າຮ່ວມການເດີນຂະບວນໃນວັນທີ 14 ຕຸລາ ຄວນຫຼີກລ້ຽງການໃຊ້ຄວາມຮຸນແຮງ.
ປະທານາທິບໍດີ ຢູແກຼນ ກະຕຸກຊຸກຍູ້ຜູ້ເດີນຂະບວນບໍ່ປຸກປັ່ນໃຊ້ຄວາມຮຸນແຮງ - ảnh 1 ທ່ານປະທານາທິບໍດີ ຢູແກຼນ Volodymyz Zelenskiy  (ພາບ: AFP/TTXVN

        ບັນດາອົງການເຈົ້າໜ້າທີ່ ຢູແກຼນ ໄດ້ຜັນຂະຫຍາຍຕຳຫລວດນັບພັນຄົນ ເພື່ອຕິດຕາມການເດີນຂະບວນນີ້, ເຫດການທີ່ໄດ້ຮັບຖືວ່າ: ຈະດຶງດູດບັນດາກຸ່ມເດີນຕາມລັດທິ ຊາດນິຍົມ ແລະ ຝ່າຍຂວາຈັດຄັດຄ້ານນະໂຍບາຍຂອງທ່ານປະທານາທິບໍດີ Volodymyz Zelenskiy. ການເດີນຂະບວນໃນວັນທີ 14 ຕຸລາ ຖືກດຳເນີນໄປໃນວັນບຸນຂອງ ຢູແກຼນ, ເຊິ່ງແມ່ນຈຸດເວລາທີ່ບັນດາກຸ່ມລັດທິຊາດນິຍົມເຄີຍເຕົ້າໂຮມກັນ, ແນໃສ່ຄັດຄ້ານແຜນການສັນຕິພາບຂອງອຳນາດການປົກຄອງທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ຕາເວັນອອກ.

ຕອບກັບ