ທ່ານ Kofi Annan (ພາບ:tuoitre.vn) ( vovworld ) – ວັນທີ 29/3, ປະທານາທິບໍດີ ຊີຣີ Bashar al Assad ຢືນຢັນວ່າ: ຊີຣີ ຈະມານະພະຍາຍາມຢ່າງສຸດຂີດ ເພື່ອເຮັດໃຫ້ພາລະກຳຂອງທ່ານ Kofi Annan ທູດພິເສດສະຫະປະຊາຊາດ-ສະຫະພັນອາຣັບ ສຳເລັດຜົນ, ເພື່ອແນໃສ່ສ້າງຄວາມສະຫງົບປອດໄພ ແລະ ຄວາມມີສະຖຽນລະພາບຢູ່ຊີຣີ ຄືນໃໝ່. ກ່ອນໜ້ານັ້ນ, ໃນສານສົ່ງເຖິງກອງປະຊຸມສຸດຍອດຄັ້ງທີ 4 ກຸ່ມບັນດາເສດຖະກິດທີ່ຫາກໍພົນເດັ່ນຂຶ້ນອັນດັບ 1 ໃນໂລກ ເມື່ອວັນທີ 29/3, ປະທານາທິບໍດີ ຊີຣີ Bashar al Assad ໃຫ້ຮູ້ວ່າ ຈະຈັດການເຈລະຈາແຫ່ງຊາດໂດຍໄວ ໂດຍມີການເຂົ້າຮ່ວມຂອງທຸກໆຝ່າຍຢູ່ຊີຣີ ເພື່ອແນໃສ່ຊອກຫາວິທີສ້າງຄວາມສະຫງົບປອດໄພ ແລະ ຄວາມມີສະຖຽນລະພາບຄືນໃໝ່ໃຫ້ແກ່ປະເທດຊາດ. ຕາມທ່ານ Bashar al Assad ແລ້ວ, ເພື່ອໃຫ້ພາລະກຳຂອງທູດພິເສດKofi Annan ສຳເລັດຜົນ, ຄວນສຸມກຳລັງເພື່ອຢຸດຕິທຸກໆການສະໜັບສະໜູນລັດທິກໍ່ການຮ້າຍຢູ່ ຊີຣີ, ພິເສດແມ່ນຈາກບັນດາປະເທດໄດ້ປະກາດອຸປະຖຳ ແລະ ປະກອບອາວຸດໃຫ້ບັນດາກຸ່ມກໍ່ການຮ້າຍຢູ່ ຊີຣີ. Từ khóa: ໝັ້ນສັນຍາ ພາລະກຳ ສຳເລັດຜົນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ
ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ລາວ ເປັນປະທານຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດອາຊຽນແລະ ບັນດາຄູ່ຮ່ວມມື