ປະທານສະພາແຫ່ງຊາດຫວຽດນາມພົບປະກັບທິມບານເຕະຍິງແຫ່ງຊາດຫວຽດນາມ

Chia sẻ
(VOVWORLD) -      ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນແມ່ຍິງຫວຽດນາມ, ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບບັນດາສະມາຊິກໃນ ທິມບານເຕະຍິງແຫ່ງຊາດຫວຽດນາມ
      ປະທານສະພາແຫ່ງຊາດຫວຽດນາມພົບປະກັບທິມບານເຕະຍິງແຫ່ງຊາດຫວຽດນາມ - ảnh 1 ປະທານສະພາແຫ່ງຊາດຫວຽດນາມພົບປະກັບທິມບານເຕະຍິງແຫ່ງຊາດຫວຽດນາມ

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງຜົນງານຂອງ ທິມບານເຕະຍິງແຫ່ງຊາດຫວຽດນາມ ທີ່ໄດ້ກາຍເປັນທິມບານເຕະຍິງອັນດັບໜຶ່ງຂອງພາກພື້ນ ດ້ວຍການຄ້ວາໄດ້ລາງວັນຊະນະເລີດ 3 ຄັ້ງລະດັບອາຊີຕາເວັນອອກສ່ຽງໃຕ້, ແລະ ຄ້ວາໄດ້ຫຼຽນຄຳຊີເກັມ 5 ຄັ້ງ ແລະ ໃນປະຈຸບັນ, ຖືກຈັດອັນດັບທີ 6 ຢູ່ອາຊີ ແລະ ອັນດັບ 34 ຂອງໂລກໃນຕາຕະລາງຈັດອັນດັບຂອງ FIFA. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ຂະແໜງກິລາກາຍຍະກຳ ແລະ ສະຫະພັນບານເຕະຫວຽດນາມສືບຕໍ່ຍົກສູງຄຸນນະພາບ ແລະ ລັກສະນະອາຊີບໃນການຈັດຕັ້ງບັນດາງານແຂ່ງຂັນກິລາບານເຕະຍິງ.

ຕອບກັບ