ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງປະ​ທານ​ສານ​​ສູງ​ສຸດສິງ​ກະ​ໂປ

Chia sẻ
(VOVWORLD) -ຕອນບ່າຍວັນທີ 16 ກັນຍາທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານSundareshMenonປະທານສານສູງສຸດສິງກະໂປທີ່ເດີນທາງມາຢ້ຽມຢາມ ສສຫວຽດນາມ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງປະ​ທານ​ສານ​​ສູງ​ສຸດສິງ​ກະ​ໂປ - ảnh 1ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານSundareshMenonປະທານສານສູງສຸດສິງກະໂປ  (່ພາບ: Quochoi.vn)

ທີ່ການຕ້ອນຮັບ, ທ່ານນາງຫງວຽນທິກີມເງິນເນັ້ນໜັກວ່າ: ຫວຽດນາມ-ສິງກະໂປໄດ້ມີການແບ່ງປັນຜົນປະໂຫຍດສ່ວນລວມຫຼາຍດ້ານ, ລວມທັງດ້ານຍຸດທະສາດແລະເສດຖະກິດ. ພັກ, ລັດແລະປະຊາຊົນຫວຽດນາມຍາມໃດກໍ່ຖືເປັນສຳຄັນ,ຮັກສາແລະພັດທະນາສາຍພົວພັນຮ່ວມມືລະຫວ່າງຫວຽດນາມແລະສິງກະໂປ. ສອງຝ່າຍຈະຕ້ອງສືບຕໍ່ຮັກສາ, ເພີ່ມທະວີການແລກປ່ຽນຄະນະພົບປະຂັ້ນສູງ, ບັນດາຂັ້ນ ແລະພົບປະແລກປ່ຽນປະຊາຊົນຢ່າງຕໍ່ເນື່ອງ, ຜັນຂະຫຍາຍບັນດາກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນແລະ ເປັນປົກກະຕິ, ໂດຍແນໃສ່ການປັບປຸງສາຍພົວພັນຄູ່ຮ່ວມຍຸດທະສາດຢ່າງບໍ່ຢຸດຢັ້ງ.

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ລະບົບກົດໝາຍແລະຕຸລາການຂອງສິງກະໂປທີ່ຈະບັນລຸໄດ້ໃນໄລຍະມໍ່ໆມານີ້. ທ່ານນາງຫງວຽນທິກີມເງິນໄດ້ຖືວ່ານີ້ແມ່ນບັນດາຈຸດພົ້ນເດັ່ນທີ່ບັນດາປະເທດສະມາຊິກອາຊຽນສາມາດຮ່ຳຮຽນເອົາ, ໃນນັ້ນກໍ່ມີຫວຽດນາມ. ຫວຽດນາມໄດ້ໃຫ້ການສະໜັບສະໜູນ ແລະຊົມເຊີຍຕໍ່ກັບສານບັນດາປະເທດອາຊຽນ ທີ່ໄດ້ຮ່ວມກັນສ້າງຕັ້ງສະພາຫົວໜ້າສານອາຊຽນ (CACJ).

        ທ່ານSundareshMenonປະທານສານສູງສຸດສິງກະໂປກໍ່ໄດ້ຢັ້ງຢືນວ່າ: ສາຍພົວພັນຂອງສອງປະເທດພວມພັດທະນາເປັນຢ່າງດີໃນຫຼາຍຂົງເຂດ. ພິເສດ, ແມ່ນຂົງເຂດສານສອງປະເທດຫວຽດນາມ-ສິງກະໂປໄດ້ມີການສົມທົບກັນຢ່າງແໜ້ນແຟ້ນຢ່າງເປັນປະຈຳ.ໃນວັນທີ 17 ກັນຍາສານ ສອງປະເທດຈະໄດ້ມີການລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ.

ຕອບກັບ