ປະທານສະພາແຫ່ງຊາດພົບປະກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຍ້ອງຍໍຊົມເຊີຍບັນດາແບບຢ່າງຮ່ຳຮຽນທົ່ວປະເທດ

Chia sẻ
(VOVWORLD) -ສະມາຄົມສົ່ງເສີມການຮຽນຕ້ອງເອົາໃຈໃສ່ ແລະ ປະຕິບັດວຽກງານໂຄສະນາ, ຂົນຂວາຍດ້ວຍຫຼາຍຮູບແບບໃຫ້ເປັນຢ່າງດີກວ່າອີກ

ປະທານສະພາແຫ່ງຊາດພົບປະກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຍ້ອງຍໍຊົມເຊີຍບັນດາແບບຢ່າງຮ່ຳຮຽນທົ່ວປະເທດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

(ພາບ: TTXVN)

ມີແບບຢ່າງດີເດັ່ນ 294 ຄົນທີ່ຕາງໜ້າໃຫ້ 4 ຮູບແບບການຮ່ຳຮຽນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຍ້ອງຍໍຊົມເຊີຍບັນດາແບບຢ່າງຮ່ຳຮຽນທົ່ວປະເທດ ໃນຄັ້ງນີ້, ບັນດາຜູ້ເຂົ້າຮ່ວມແມ່ນບັນດາແບບຢ່າງດີເດັ່ນທີ່ຕ່າງໜ້າໃຫ້ຄອບຄົວ, ວົງຕະກຸນ, ປະຊາຄົມ, ຫົວໜ່ວຍກ່ຽວກັບຈິດໃຈມັກຮ່ຳມັກຮຽນ, ຮ່່ຳຮຽນດ້ວຍຕົນເອງ, ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນເພື່ອບັນລຸຜົນງານໃນການຮ່ຳຮຽນ, ຄົ້ນຄວ້າ, ນຳໃຊ້ຄວາມຮູ້ດ້ານວິທະຍາສາດເຂົ້າໃນການຜະລິດ, ດຳເນີນທຸລະກິດ, ການປ່ຽນແປງໃໝ່ວິທີສິດສອນ…

        ທີ່ການພົບປະໃນຕອນເຊົ້າວັນທີ 30 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ, ສະມາຄົມສົ່ງເສີມການຮຽນຕ້ອງເອົາໃຈໃສ່ ແລະ ປະຕິບັດວຽກງານໂຄສະນາ, ຂົນຂວາຍດ້ວຍຫຼາຍຮູບແບບໃຫ້ເປັນຢ່າງດີກວ່າອີກ ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈແຈ້ງກ່ຽວກັບຈຸດປະສົງ, ຄວາມໝາຍ, ຜົນປະໂຫຍດ ເພື່ອຕັ້ງໜ້າ, ສະໝັກໃຈ, ເຂົ້າຮ່ວມຂະບວນການສົ່ງເສີມການຮຽນ, ສົ່ງເສີມຄົນເກັ່ງໂດຍສະໝັກໃຈ; ຈາກນັ້ນດຶງດູດການເຂົ້າຮ່ວມຂອງທົ່ວສັງຄົມເພື່ອມີແຫຼ່ງກຳລັງໃຫ້ແກ່ການເຄື່ອນໄຫວຕື່ມອີກ.

        ຕາມທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລ້ວ, ໃນໄລຍະຈະມາເຖິງ, ເພື່ອນຳປະເທດຜ່ານຜ່າຄວາມຫຍຸ້ງຍາກ, ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໝັ້ນຄົງເຂັ້ມແຂງນັ້ນ, ຕ້ອງມີບັນດາບາດກ້າວບຸກທະລຸໃນການພັດທະນາເສດຖະກິດ-ສັງຄົມ. ໃນນັ້ນ, ພັກ, ລັດ ຖືການສຶກສາ-ບຳລຸງສ້າງ ແລະ ວິທະຍາສາດ - ເຕັກໂນໂລຊີ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນກຳລັງໜູນຊຸກຍູ້ ແລະ ແມ່ນເງື່ອນໄຂພື້ນຖານເພື່ອຮັບປະກັນການປະຕິບັດບັນດາເປົ້າໝາຍເສດຖະກິດ-ສັງຄົມ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ