ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ຢູ່ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວິ​ຫານ ຮຸ່ງ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 21 ເມສາ ເຊິ່ງກົງກັບວັນທີ 10 ເດືອນສາມ ໄລ່ຕາມຈັນທະປະຕິທິນ, ຢູ່ເຂດປູຊະນີຍະສະຖານວິຫານ ຮຸ່ງ, ນະຄອນ ຫວຽດຈີ່, ແຂວງ ຝູທໍ້ ໄດ້ດຳເນີນພິທີຖະຫວາຍທູບທຽນອາໄລຫາ, ຈາລຶກຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ.
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ຢູ່ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວິ​ຫານ ຮຸ່ງ - ảnh 1 ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ຢູ່ ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ (ພາບ: vov.vn)

  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ. ວັນບູຊາເຈົ້າຊີວິດຮຸ່ງ ແມ່ນວັນທົ່ວປວງຊົນທັງຊາດພ້ອມກັນຍ້ອງຍໍຊົມເຊີຍຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ. ປີ 2021 ນີ້, ພິທີບູຊາເຈົ້າຊີວິດຮຸ່ງ ຖືກດຳເນີນເປັນເວລາ 2 ວັນ, ວັນທີ 17 ເມສາ ແລະ ວັນທີ 21 ເມສາ. ຂັ້ນຕອນຈັດພິທີຖືກດຳເນີນແຕ່ວັນທີ 17 ເມສາ. ພາຍຫຼັງທຳພິທີກຳຢູ່ວິຫານເທື້ອງ ສຳເລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະທຳພິທີ ໄດ້ວາງພວງມາລາຢູ່ ສຸສານ ເຈົ້າຊີວິດຮຸ່ງ ແລະ ຖະຫວາຍດອກໄມ້ຢູ່ຕໍ່ໜ້າ ພາບແກະຄວັດສະຫຼັກປະທານໂຮ່ຈີມິນ ພວມໂອ້ລົມກັບບັນດານັກຮົບ ກອງກຳລັງ ຕຽນຟອງ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ຢູ່ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວິ​ຫານ ຮຸ່ງ - ảnh 2ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຢ້ຽມຢາມຕາແສງຊົນນະບົດໃໝ່ ຕື໊ຊ໊າ, ເມືອງ ເລິມທາວ, ແຂວງ ຝູທໍ້ (ພາບ: vov.vn)
 ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມຕາແສງຊົນນະບົດໃໝ່ ຕື໊ຊ໊າ, ເມືອງ ເລິມທາວ, ແຂວງ ຝູທໍ້. ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ແຂວງ ຝູທໍ້ ຈົ່ງຄົ້ນຄວ້ານຳຕາແສງຊົນນະບົດໃໝ່ທີ່ເປັນແບບຢ່າງກາຍເປັນຕົວເມືອງໃໝ່, ສອດຄອ່ງກັບການວາງແຜນຜັງ, ຮັດກຸມ, ແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ຮັກສາວັດທະນະທຳຊົນນະບົດໃຫ້ເປັນຢ່າງດີ.

ຕອບກັບ