ປະຊາຊົນມີຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

Chia sẻ
(VOVWORLD) -ໂດຍໄດ້ຕິດຕາມການເຄື່ອນໄຫວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຖ້ວນໜ້າລ້ວນແຕ່ມີຄວາມປິຕິຊົມຊື່ນ, ເບີກບານໃຈຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ປະຊາຊົນມີຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ảnh 1(ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13)

ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ປະຊາຊົນມີຄວາມເຊື່ອໝັ້ນວ່າ ການນຳອາຍຸການໃໝ່ຈະສືບຕໍ່ມານະພະຍາຍາມ, ອຸທິດເຫື່ອແຮງ, ພູມປັນຍາ, ຜັນຂະຫຍາຍຫຼາຍມາດຕະການໃນທຸກຂົງເຂດ ເພື່ອແນໃສ່ເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງກວ່າ. ອ້າຍ ຟ້າມວັນວິ້ງ, ຢູ່ເມືອງ ງອັກລັ້ກ, ແຂວງ ແທັງຮ໊ວາ, ໃຫ້ຮູ້ວ່າ.

        “ພັກກອມມູນິດຫວຽດນາມ ມີຄວາມເດັດດ່ຽວໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ສວຍໃຊ້ສິດອຳນາດ, ພວກຂ້າພະເຈົ້າປາດຖະໜາວ່າ ບັນດາສະຫາຍໄດ້ຄັດເລືອກເຂົ້າໃນອາຍຸການໃໝ່ ຈະສືບຕໍ່ເສີມຂະຫຍາຍຜົນງານໃນຊຸດກ່ອນເພື່ອປະຊາຊົນເຫັນໄດ້ເຖິງຄວາມເຊື່ອໝັ້ນໃນການນຳພາຂອງພັກ, ອຳນາດການປົກຄອງ”.

        ສ່ວນທ່ານ ຫງວຽນວັນຕື໊, ອາຍຸ 102 ປີ ແລະ ມີອາຍຸພັກ 73 ປີ, ຢູ່ເມືອງ ງອັກລັ້ກ, ແຂວງ ແທັງຮ໊ວາ, ຍາມໃດກໍ່ຕິດຕາມ ແລະ ຈົດເວລາ, ສະຖານທີ່, ບົດລາຍງານການເມືອງ ແລະ ວຽກງານບຸກຄະລາກອນຂອງກອງປະຊຸມທຸກສະໄໝຢ່າງຄົບຖ້ວນ.

        “ຂ້າພະເຈົ້າມີຄວາມປະຕິຊົມຊື່ນຍ້ອນການນຳພາອັນສະຫຼາດສ່ອງໄສ, ເກັ່ງກ້າສາມາດຂອງພັກ, ແນວທາງພົວພັນຢູ່ພາຍໃນປະເທດ, ການຕ່າງປະເທດ, ສະພາບຢູ່ພາຍໃນປະເທດມີສະຖຽນລະພາບ, ຊີວິດການເປັນຢູ່ໄດ້ຮັບການປັບປຸງ. ທົ່ວພັກ, ທົ່ວປວງຊົນ ຜູ້ໃດກໍ່ຕັ້ງຄວາມຄາດຫວັງກ່ຽວກັບການປ່ຽນແປງໃໝ່ຢ່າງກ້າວໜ້າ, ນຳປະເທດຫວຽດນາມ ພັດທະນາໃຫ້ສວຍງາມ, ຮັ່ງມີກວ່າອີກ”.

ຕອບກັບ