ປະຊາຊົນພາກກາງຫວຽດນາມເຊື່ອໝັ້ນຕໍ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະນຳປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່

Chia sẻ
(VOVWORLD) -ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາແຂວງທາງພາກກາງຫວຽດນາມ ມີຄວາມເຊື່ອໝັ້ນວ່າ ມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະເຂົ້າສູ່ຊີວິດຕົວຈິງໂດຍໄວ, ນຳປະເທດຊາດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່
ປະຊາຊົນພາກກາງຫວຽດນາມເຊື່ອໝັ້ນຕໍ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະນຳປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່ - ảnh 1

ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກຳນົດວ່າ: ລະດັບການເຕີບໂຕເສດຖະກິດ (GDP) ຄິດສະເລ່ຍໄລຍະ 2021 – 2025 ບັນລຸປະມານ 6,5 – 7%/ປີ. ຮອດປີ 2025 GDP ຄິດສະເລ່ຍຕໍ່ຫົວຄົນບັນລຸແຕ່ 4.700 – 5.000 USD. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາແຂວງທາງພາກກາງຫວຽດນາມ ມີຄວາມເຊື່ອໝັ້ນວ່າ ມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະເຂົ້າສູ່ຊີວິດຕົວຈິງໂດຍໄວ, ນຳປະເທດຊາດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ເຈິ່ນແທັງເວີນ, ພະນັກງານບຳນານຢູ່ເມືອງ ຫາຍເຈົາ, ນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ.

        “ມະຕິໄດ້ວາງອອກບັນຫາພັດທະນາຜະລິດຕະພັນອຸດສາຫະກຳເຕັກໂນໂລຊີສູງແມ່ນຖືກຕ້ອງແລ້ວ. ພັດທະນາອຸດສາຫະກຳທີ່ມີມູນຄ່າສູງແມ່ນກຳລັງໜູນຕົ້ນຕໍໃຫ້ແກ່ການຊຸກຍູ້ການເຕີບໂຕຢ່າງແທ້ຈິງ. ຂ້າພະເຈົ້າຖືວ່າ, ນີ້ແມ່ນຈິນຕະນາການໃໝ່, ຖ້າພວກເຮົາຜັນຂະຫຍາຍຈິນຕະນາການນີ້ເປັນຢ່າງດີນັ້ນ, ຈະກາຍເປັນກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕ, ບໍ່ພຽງແຕ່ໃນອາຍຸການນີ້ເທົ່ານັ້ນ ຫາກຍັງໃຫ້ແກ່ອາຍຸການຕໍ່ໄປອີກ”.

        ສ່ວນທ່ານ ເລືອງເທ໊ຮຸ່ງ, ປະທານສະມາຄົມນັກທຸລະກິດໜຸ່ມແຂວງ ແຄ໊ງຮ່ວາ, ຫວັງວ່າ.

        “ຂ້າພະເຈົ້າຫວັງວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຈະສ້າງການພັດທະນາໃຫ້ຫວຽດນາມ, ເຊິ່ງເປັນປະເທດມີກຳລັງແຮງແຖວໜ້າຢູ່ອາຊີ. ທາງດ້ານເສດຖະກິດໃນໄລຍະຈະມາເຖິງ, ຂ້າພະເຈົ້າປາດຖະໜາວ່າ ຈະມີນະໂຍບາຍ, ບ້ວງເງິນກະຕຸນຄວາມຕ້ອງການຫຼາຍກວ່າເພື່ອໃຫ້ວິສາຫະກິດພັດທະນາ. ພື້ນຖານເສດຖະກິດສ້າງຄວາມດຸ່ນດ່ຽງລະຫວ່າງບັນດາແຂວງ, ພິເສດແມ່ນປະຊາຊົນຢູ່ເຂດຫ່າງໄກ່ສອກຫຼິກມີວຽກເຮັດງານທຳ, ມີລາຍຮັບເປັນປົກກະຕິ”.

ຕອບກັບ