ປະຊາຄົມສາກົນຕີລາຄາສູງວາລະປະຊຸມແມ່ນຈຸດພົ້ນເດັ່ນໃນເດືອນເປັນປະທານສະພາຄວາມໝັ້ນຄົງຂອງຫວຽດນາມ

Chia sẻ
(VOVWORLD) -ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ, ໂດຍສະເພາະແມ່ນຢູ່ສະພາຄວາມໝັ້ນຄົງ.
ປະຊາຄົມສາກົນຕີລາຄາສູງວາລະປະຊຸມແມ່ນຈຸດພົ້ນເດັ່ນໃນເດືອນເປັນປະທານສະພາຄວາມໝັ້ນຄົງຂອງຫວຽດນາມ - ảnh 1ວາລະປະຊຸມປຶກສາຫາລືຂັ້ນສູງທາງອອນລາຍ
(ພາບປະກອບ: THX/TTXVN)

ວາລະປະຊຸມໃນວັນທີ 19 ເມສາ, ຈຸດພົ້ນເດັ່ນສຳຄັນທີ່ສຸດໃນເດືອນ ເມສາ ໂດຍຫວຽດນາມ, ປະທານສະພາຄວາມໝັ້ນຄົງ, ສະເໜີກ່ຽວກັບ “ເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນການປະທະກັນ” ໂດຍທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເປັນປະທານ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

        ທ່ານເອກອັກຄະລັດຖະທູດ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າຄະນະຜູ້ຕາງໜ້າລາວ ປະຈຳສະຫະປະຊາຊາດ ຢືນຢັນວ່າ, ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ, ໂດຍສະເພາະແມ່ນຢູ່ສະພາຄວາມໝັ້ນຄົງ. ທ່ານຖືວ່າ, ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງໃນອາຍຸການເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ຂອງອົງການສຳຄັນນີ້, ສະນັ້ນ ບັນດາບັນຫາເຊິ່ງຫວຽດນາມ ໄດ້ຍົກອອກມາເພື່ອປຶກສາຫາລືໃນວັນທີ 19 ເມສາ ແມ່ນຕິດແທດ, ສຳຄັນທີ່ສຸດ ຍ້ອນມັນມຸ່ງໄປເຖິງການຊຸກຍູ້ການຮ່ວມມືຢູ່ສະຫະປະຊາຊາດເວົ້າລວມ ກໍຄືການຮ່ວມມືລະຫວ່າງສະຫະປະຊາຊາດ, ພິເສດແມ່ນສະພາຄວາມໝັ້ນຄົງ ກັບບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ອະນຸພາກພື້ນ.

        ສ່ວນທ່ານເອກອັກຄະລັດຖະທູດ Olof Skoog, ຫົວໜ້າຄະນະຜູ້ຕາງໜ້າ ເອີລົບ ປະຈຳສະຫະປະຊາຊາດ, ໄດ້ຕີລາຄາສູງບັນດາວາລະປຶກສາຫາລືແມ່ນມີປະສິດທິຜົນຢ່າງແທດຈິງ. ຈາກແງ່ມູມຂອງ ອີຢູ, ທ່ານໄດ້ຢືນຢັນວ່າ ຍາມໃດກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ກໍຄືຂອງສະພາຄວາມໝັ້ນຄົງ.

        ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາດ Antonio Guterres ແລະ ທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດ Volkan Bozkir ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະຊາຊາດ ແລະ ແບ່ງປັນບັນດາການຕີລາຄາຕັ້ງໜ້າທີ່ສຸດຕໍ່ວາລະປະຊຸມທີ່ພົ້ນເດັ່ນໂດຍ ຫວຽດນາມ ເປັນປະທານຈັດຂຶ້ນ.

ຕອບກັບ