ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ​ແກ່ບ​ັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ

Chia sẻ
(VOVWORLD) -ໃນໄລຍະທີ່ຜ່ານມາ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງ ສູນກາງແນວໂຮມປະເທດຊາດ, ທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ລາວ ໄດ້ ແລະ ພວມຕັ້ງໜ້າດຳເນີນການອຸປະຖຳຊ່ວຍເຫຼືອເພື່ອແນໃສ່ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນພາຍໃນປະເທດ ໃນບັ້ນຕໍ່ສູ້ໂລກລະບາດໂຄວິດ - 19. 
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ​ແກ່ບ​ັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ - ảnh 1ທ່ານ ຫງວຽນດຶກວູ, ຜູ້ອຳນວຍການໃຫຍ່ທະນາຄານ ລາວ - ຫວຽດ ໄດ້ມອບເງິນ 50 ລ້ານກີບໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 21 ມິຖຸນາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າ ທະນາຄານຮ່ວມທຸລະກິດ ລາວ - ຫວຽດ ໄດ້ມອບເງິນຈຳນວນ 50 ລ້ານ ກີບ ໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ. ທ່ານ ຫງວຽນດຶກວູ, ຜູ້ອຳນວຍການໃຫຍ່ທະນາຄານ ໃຫ້ຮູ້ວ່າ ໂດຍແມ່ນວິສາຫະກິດຮ່ວມດຳເນີນທຸລະກິດຢູ່ຕ່າງປະເທດ, ທະນາຄານ ລາວ - ຫວຽດ ຍາມໃດກໍ່ມີສະຕິຕໍ່ຄວາມຮັບຜິດຊອບຂອງຕົນຕໍ່ກັບປະເທດຊາດ. ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່ຽວກັບການສ້າງກອງທຶນວັກຊິນກັນໂຄວິດ - 19, ພະນັກງານ, ພາລະກອນທະນາຄານ ໄດ້ປະກອບສ່ວນ, ຮ່ວມແຮງຮ່ວມໃຈພ້ອມກັບ ລັດຖະບານ ແລະ ປະຊາຊົນພາຍໃນປະເທດ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ນີ້.

        ໃນໄລຍະທີ່ຜ່ານມາ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງ ສູນກາງແນວໂຮມປະເທດຊາດ, ທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ລາວ ໄດ້ ແລະ ພວມຕັ້ງໜ້າດຳເນີນການອຸປະຖຳຊ່ວຍເຫຼືອເພື່ອແນໃສ່ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນພາຍໃນປະເທດ ໃນບັ້ນຕໍ່ສູ້ໂລກລະບາດໂຄວິດ - 19. ໄລ່ຮອດຕອນບ່າຍວັນທີ 21 ມິຖຸນາ, ສະເພາະນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຮັບຈຳນວນເງິນ 329 ລ້ານ ກີບ ແລະ 1.700 USD ທີ່ສະໜັບສະໜູນໃຫ້ແກ່ກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ກອງທຶນວັກຊິນກັນໂຄວິດ - 19 ຂອງລັດຖະບານ. 

ຕອບກັບ