ປະກອບສ່ວນສ້າງລະບົບບໍ່ນຳໃຊ້ເງິນສົດຢູ່ ຫວຽດນາມ ໃຫ້ສົມບູນ

Chia sẻ
(VOVWORLD) -  ປັດຈຸບັນ ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍແຜນຮ່າງພັດທະນາການຊຳລະທີ່ບໍ່ນຳໃຊ້ເງິນສົດ ແລະ ປະກາດໃຊ້ນະໂຍບາຍ ແລະ ບັນດາຂໍ້ກຳນົດກ່ຽວກັບໃບບິນເອເລັກໂຕນິກ

ຕອນບ່າຍວັນທີ 19 ກັນຍາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Park Byounggun, ຜູ້ອຳນວຍການບໍລິສັດເຕັກໂນໂລຊີ Alliex (ສ.ເກົາຫຼີ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ຖືວ່າ: ສ.ເກົາຫຼີ ແມ່ນແບບຢ່າງໜຶ່ງໃນການຊຳລະທີ່ບໍ່ນຳໃຊ້ເງິນສົດ ເຊິ່ງ ຫວຽດນາມ ປາດຖະໜາຢາກປະຕິບັດຕາມ. ຊົມເຊີຍເລື່ອງ Alliex ເຂົ້າມາລົງທຶນຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ: ປັດຈຸບັນ ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍແຜນຮ່າງພັດທະນາການຊຳລະທີ່ບໍ່ນຳໃຊ້ເງິນສົດ ແລະ ປະກາດໃຊ້ນະໂຍບາຍ ແລະ ບັນດາຂໍ້ກຳນົດກ່ຽວກັບໃບບິນເອເລັກໂຕນິກ, ຊຳລະຜ່ານບັດ ແລະ ພວມມານະພະຍາຍາມບັນລຸລະດັບ 4 ໃນການສະໜອງການບໍລິການພາກລັດ ເພື່ອປະຕິບັດບັນດາລະບຽບການ ແລະ ຊຳລະເງິນຜ່ານເຄືອຂ່າຍອິນເຕີແນັດ.

ປະກອບສ່ວນສ້າງລະບົບບໍ່ນຳໃຊ້ເງິນສົດຢູ່ ຫວຽດນາມ ໃຫ້ສົມບູນ - ảnh 1 ທີ່ການຕ້ອນຮັບ (VGP)

        ສ່ວນທ່ານ Park Byounggun ໃຫ້ຮູ້ວ່າ: ບໍລິສັດ Alliex ໄດ້ເຊັນສັນຍາຮ່ວມມືຜັນຂະຫຍາຍພື້ນຖານໂຄງລ່າງບັນດາສາຂາຂາຍສິນຄ້າທີ່ນຳໃຊ້ຮ່ວມກັນກັບທະນາຄານ Viettinbank ແລະ ທະນາຄານ Sacombank ຂອງ ຫວຽດນາມ ຢ່າງເປັນທາງການ…ປະກອບສ່ວນປະຕິບັດແຜນນະໂຍບາຍ ແລະ ບັນດາມາດຕະການທີ່ບໍ່ນຳໃຊ້ສົດໃນການຊຳລະເງິນຂອງລັດຖະບານ ຫວຽດນາມ.

ຕອບກັບ