ປັບ​ປຸງ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

Chia sẻ
(VOVWORLD) -ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.
ປັບ​ປຸງ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ແລະ ທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ (ພາບ:TTXVN)

ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມປະຕິຍິນດີຕໍ່ ກູບາ ທີ່ໄດ້ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຕັ້ງທີ 8 ຂອງພັກກອມມູນິດ ກູບາ ພ້ອມທັງສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳຊຸດໃໝ່ຂອງ ກູບາ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ທ່ານ Raul Castro ຍາມໃດກໍແມ່ນເພື່ອນຜູ້ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ ແລະ ຕິດພັນກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນຕະຫຼອດໄລຍະທາງກວ່າ 60 ປີ ຜ່ານມາ; ແມ່ນຜູ້ສືບທອດ, ພັດທະນາ ແລະ ເຮັດໃຫ້ສາຍພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີຖານອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ກູບາ ເລິກເຊິ່ງຂຶ້ນຕື່ມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ - ກູບາ ນັບມື້ນັບເລິກເຊິ່ງກວ່າອີກ.

ຕອບກັບ