ປຸກລະດົມເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບປະຊາກອນ

Chia sẻ
(VOVWORLD) -ພິທີປຸກລະດົມ ປຸກລະດົມເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບປະຊາກອນ (26 ທັນວາ) ດຳເນີນໃນຕອນເຊົ້າວັນທີ 10 ທັນວາ, ຢູ່ຮ່າໂນ້ຍ.

ປຸກລະດົມເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບປະຊາກອນ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ສະເໜີໃຫ້ບັນດາຂະແໜງການ, ທຸກຊັ້ນ, ອົງການຈັດຕັ້ງສັງຄົມເຂົ້າຮ່ວມຢ່າງແຮງກວ່າ ດ້ວຍບັນດາການການເຄື່ອນໄຫວ, ແຫຼ່ງກຳລັງລະອຽດ, ເພີ່ມທະວີການບຳລຸງສ້າງ, ຝຶກອົບຮົມ, ພັດທະນາຖັນແຖວຜູ້ຮ່ວມງານຕາມທິດປ່ຽນແປງໃໝ່, ບໍ່ພຽງແຕ່ກຳນົດຢູ່ວຽກງານວາງແຜນຄອບຄົວ, ການເກີດລູກເທົ່ານັ້ນ, ຫາກກາຍເປັນກຳລັງແກ່ນສານໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງພົນລະເມືອງຄື: ວຽກງານເຜີຍແຜ່ຄວາມຮູ້ໃນການສິດສອນເດັກນ້ອຍ, ປົກປ້ອງເດັກ, ເບິ່ງແຍງດູແລຜູ້ເຖົ້າຜູ້ແກ່… ອີກດ້ວຍ.

        ໃນຊຸມປີຜ່ານມາ, ຄຸນນະພາບພົນລະເມືອງຫວຽດນາມ ໄດ້ຮັບການປັບປຸງຫຼາຍດ້ານ. ອາຍຸຍືນຄິດສະເລ່ຍຂອງປະຊາຊົນໄດ້ເພີ່ມຂຶ້ນ, ມີອາຍຸ 73,5 ປີ ແລະ ສູງກ່າວຫຼາຍປະເທດທີ່ມີລາຍຮັບປານກາງຕໍ່ຫົວຄົນ. ຄຽງຂ້າງນັ້ນ, ສະພາບຂາດທາດບຳລຸງ, ຜູ້ເປັນແມ່, ເດັກນ້ອຍເສຍຊີວິດໄດ້ຫຼຸດລົງຢ່າງແຮງ. ພົນລະເມືອງໃນເກນອາຍຸອອກແຮງງານໄດ້ເພີ່ມຂຶ້ນຢ່າງແຮງ, ນຳຫວຽດນາມ ກ້າວເຂົ້າໄລຍະ “ພົນລະເມືອງຄຳ” ນັບແຕ່ປີ 2007 ດ້ວຍພົນລະເມືອງໃນເກນອາຍຸອອກແຮງງານກວມເອົາປະມານ 70%.

ຕອບກັບ