ປຸກ​ລຸກ​ຄວາມ​ຄາດ​ຫວັງ​​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​​ໄລ​ຍະ​ໃໝ່

Chia sẻ
(VOVWORLD) -ເພື່ອມີຖັນແຖວນັກທຸລະກິດທີ່ເຂັ້ມແຂງ, ຖັນແຖວກຳມະກອນທັນສະໄໝ ແລະ ເຕີບໃຫຍ່ເຂັ້ມແຂງ, ຖັນແຖວນັກທຸລະກິດຮັກຊາດ, ໝັ້ນຄົງເຂັ້ມແຂງ ແມ່ນແກ່ນສານການເມືອງທີ່ແທ້ຈິງໃນບັນດາວິສາຫະກິດ. 
ປຸກ​ລຸກ​ຄວາມ​ຄາດ​ຫວັງ​​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​​ໄລ​ຍະ​ໃໝ່ - ảnh 1ກອງປະຊຸມສຳມະນາ “ສ້າງອົງການຈັດຕັ້ງພັກ ແລະ ຂະຫຍາຍສະມາຊິກພັກ ໃນວິສາຫະກິດ: ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ” (ພາບ: qdnd.vn)


        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ “ສ້າງອົງການຈັດຕັ້ງພັກ ແລະ ຂະຫຍາຍສະມາຊິກພັກ ໃນວິສາຫະກິດ: ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ” , ທ່ານ ຟຸ່ງຫືວຝູ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບັນຫາສຸມໃສ່ການສ້າງ ແລະ ສູ້ຊົນເພື່ອນຳ ຫວຽດນາມ ກາຍເປັນປະເທດພັດທະນາ ແລະ ມີລາຍຮັບສູງ. ເພື່ອພັດທະນາພື້ນຖານເສດຖະກິດຢ່າງໝັ້ນຄົງເຂັ້ມແຂງນັ້ນ, ບັນຫາແຖວໜ້າ ແມ່ນຕ້ອງມີລະບົບວິສາຫະກິດເຂັ້ມແຂງ, ຖັນແຖວນັກທຸລະກິດເຂັ້ມແຂງ ເພື່ອກາຍເປັນແກ່ນສານຂອງພື້ນຖານເສດຖະກິດ, ສວມບົດບາດປະຈັນບານໃນວິວັດການພັດທະນາປະເທດຊາດໃຫ້ຂຶ້ນສູ່ລະດັບສູງໃໝ່. ເພື່ອມີຖັນແຖວນັກທຸລະກິດທີ່ເຂັ້ມແຂງ, ຖັນແຖວກຳມະກອນທັນສະໄໝ ແລະ ເຕີບໃຫຍ່ເຂັ້ມແຂງ, ຖັນແຖວນັກທຸລະກິດຮັກຊາດ, ໝັ້ນຄົງເຂັ້ມແຂງ ແມ່ນແກ່ນສານການເມືອງທີ່ແທ້ຈິງໃນບັນດາວິສາຫະກິດ. ພ້ອມກັບການສ້າງອົງການຈັດຕັ້ງພັກໃນວິສາຫະກິດໃຫ້ເຂັ້ມແຂງນັ້ນ, ຖັນແຖວສະມາຊິກພັກໃນອົງການຈັດຕັ້ງດັ່ງກ່າວ ກໍຕ້ອງມີຄຸນສົມບັດ ແລະ ລະດັບຄວາມຮູ້ຢ່າງພຽງພໍອີກດ້ວຍ.

        

ຕອບກັບ