ປີ 2020, ການ​ສົ່ງ​ອອກ​ເຂົ້າສານ​ບັນລຸ 1,9 ຕື້ USD ພາຍຫຼັງ 8 ​ເດືອນ

Chia sẻ
(VOVWORLD) - ຟີລິບປິນຢືນອັນດັບທີ 1 ກ່ຽວກັບຕະຫຼາດສົ່ງອອກເຂົ້າຂອງຫວຽດນາມ ດ້ວຍອັດຕາສ່ວນການຕະຫຼາດກວມ 36,9%, ບັນດາຕະຫຼາດສົ່ງອອກທີ່ມີມູນຄ່າເພີ່ມຂຶ້ນຢ່າງແຮງທີ່ສຸດແມ່ນເຊເນການ, ອິນໂດເນເຊຍ ແລະ ຈີນ.
ປີ 2020, ການ​ສົ່ງ​ອອກ​ເຂົ້າສານ​ບັນລຸ 1,9 ຕື້ USD ພາຍຫຼັງ 8 ​ເດືອນ - ảnh 1 (ພາບປະກອບ: vtv.vn)

        ນັບແຕ່ຕົ້ນປີມາຮອດປັດຈຸບັນ, ທັງປະເທດມີໄດ້ສົ່ງອອກເຂົ້າເກືອບ 3,9 ລ້ານໂຕນ, ເຊິ່ງເທົ່າກັບ 1,9 ຕື້ USD. ເຖິງວ່າປະລິມານຫຼຸດລົງກໍຕາມ ແຕ່ຄິດໄລ່ດ້ານມູນຄ່າແມ່ນໄດ້ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

        ຟີລິບປິນຢືນອັນດັບທີ 1 ກ່ຽວກັບຕະຫຼາດສົ່ງອອກເຂົ້າຂອງຫວຽດນາມ ດ້ວຍອັດຕາສ່ວນການຕະຫຼາດກວມ 36,9%, ບັນດາຕະຫຼາດສົ່ງອອກທີ່ມີມູນຄ່າເພີ່ມຂຶ້ນຢ່າງແຮງທີ່ສຸດແມ່ນເຊເນການ, ອິນໂດເນເຊຍ ແລະ ຈີນ.

ຢູ່ພາຍໃນປະເທດ, ລາຄາເຂົ້າສານຢູ່ບັນດາແຂວງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ໄດ້ເພີ່ມຂຶ້ນໃນເຄິ່ງຕົ້ນເດືອນກໍລະກົດ. ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ການສົ່ງອອກເຂົ້າສານຂອງຫວຽດນາມ ແລະ ຕະຫຼາດເຂົ້າສານຢູ່ເຂດທ່ົງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມໃນຊຸມເດືອນຂອງເຄິ່ງທ້າຍປີ 2020 ນີ້ ຈະສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ ເພາະວ່າມີຫຼາຍປະເທດສົ່ງອອກເຂົ້າສານຖືກຫຼຸດປະລິມານລົງ.


ຕອບກັບ