ປີ 2018 ຄາດວ່າ ຂະແໜງທ່ອງທ່ຽວ ຫວຽດນາມ ຈະມີບາດກ້າວບຸກທະລຸ

Chia sẻ
(VOVWORLD) - ປີ 2018 ຂະແໜງທ່ອງທ່ຽວ ຫວຽດນາມ ສູ້ຊົນບັນລຸຄາດໝາຍຕ້ອນຮັບແຂກທ່ອງທ່ຽວເກືອບ 94 ລ້ານເທື່ອຄົນ,
 ປີ 2018 ຄາດວ່າ ຂະແໜງທ່ອງທ່ຽວ ຫວຽດນາມ ຈະມີບາດກ້າວບຸກທະລຸ - ảnh 1 (ພາບປະກອບ)

ໃນນັ້ນ, ແຂກທ່ອງທ່ຽວສາກົນປະມານ 15 – 17 ລ້ານເທື່ອຄົນ; ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 620.000 ຕື້ດົ່ງ. ຕາມນັ້ນແລ້ວ, ຂະແໜງທ່ອງທ່ຽວສຸມໃສ່ຜັນຂະຫຍາຍ 5 ໝວດໜ້າທີ່ ໃນນັ້ນ ຈຸດສຸມແມ່ນ ເພີ່ມທະວີປະສິດທິຜົນການຄຸ້ມຄອງຢູ່ບັນດາທ້ອງຖິ່ນ ກວດກາ, ຄຸ້ມຄອງບັນດາສະຖານທີ່ທ່ອງທ່ຽວເປັນຢ່າງດີ ຮັບປະກັນຄວາມສະຫງົບປອດໄພໃຫ້ແຂກທ່ອງທ່ຽວ, ປັບປຸງບັນດາການເຄື່ອນໄຫວດຳເນີນທຸລະກິດທ່ອງທ່ຽວ ແລະ ແນະນຳທ່ອງທ່ຽວ ແລະ ກວດກາບັນດາວິສາຫະກິດທ່ອງທ່ຽວຢູ່ທ້ອງຖິ່ນຕ່າງໆ. ຍູ້ແຮງການສົ່ງເສີມ, ໂຄສະນາຮູບພາບການທ່ອງທ່ຽວ ຫວຽດນາມ ຢູ່ພາຍໃນປະເທດ ແລະ ສາກົນ ໂດຍຜ່ານບັນດາເຫດການງານຕະຫລາດນັດສາກົນ.

ຕອບກັບ