ບຸນ​ເຕັດຫວຽດ​ນາມ ແລະ ຫວຽດ​ນາມ ປີ 2020 ໃນ​ສາຍ​ຕາ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອ​າ​ເມ​ລິ​ກາ ແລະ ຝ​ລັ່ງ

Chia sẻ
(VOVWORLD) - ບຸນເຕັດຂອງ ຫວຽດນາມ ແມ່ນເຂັ້ມຂົົ້ນໄປດ້ວຍສີສັນຊາດ, ແລະ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນ ຫວຽດນາມ. 
ບຸນ​ເຕັດຫວຽດ​ນາມ ແລະ ຫວຽດ​ນາມ ປີ 2020 ໃນ​ສາຍ​ຕາ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອ​າ​ເມ​ລິ​ກາ ແລະ ຝ​ລັ່ງ - ảnh 1ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ:TTXVN) 

ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ປີນີ້ ແມ່ນປີທີ 4 ເຊິ່ງທ່ານພ້ອມກັບຄອບຄົວໄດ້ຕ້ອນຮັບບຸນເຕັດ ຢູ່ ຫວຽດນາມ. ປີໃດກໍເຊັ່ນດຽວກັນ, ທ່ານພ້ອມກັບຄອບຄົວກໍເຂົ້າຮ່ວມວຽກງານ ກະກຽມຕ້ອນຮັບບຸນປີໃໝ່ ເປັນຕົ້ນແມ່ນການຫໍ່ເຂົ້າຕົ້ມ, ຢ໊ຽມຊົມສວນດອກຄາຍ, ໄປວັດ ແລະ ທຳພິທີປ່ອຍປາໄນ. ຕາມທ່ານເອກອັກຄະລັດຖະທູດ  Daniel J. Kritenbrink ແລ້ວ, ປີ 2020 ແມ່ນປີທີ່ມີຄວາມຫຍຸ້ງຍາກສຳລັບ ອາເມລິກາ, ຫວຽດນາມ ກໍຄືທົ່ວໂລກ ແຕ່ທ່ານມີຄວາມປິຕິຊົມຊື່ນ ເມື່ອໄດ້ມີບັນດາກາລະໂອກາດເພື່ອພ້ອມກັນຮ່ວມມື, ກໍຄື ສະແດງໃຫ້ເຫັນກຳລັງແຮງຂອງການພົວພັນຄູ່ຮ່ວມມື. ທ່ານກໍມີຄວາມຕື້ນຕັນໃຈ ທີ່ປະຊາຊົນ ແລະ ລັດຖະບານ ຫວຽດນາມ ໄດ້ຊ່ວຍເຫຼືອຜ້າອັດປາກນັບລ້ານອັນ ກໍຄືອຸປະກອນການແພດ ເພື່ອຊ່ວຍຮັກສາສຸຂະພາບໃຫ້ແກ່ປະຊາຊົນ ອາເມລິກາ. ມາຮອດປັດຈຸບັນ, ບັນດາຂົງເຂດຮ່ວມມືສອງຝ່າຍຄືການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການພົວພັນແລກປ່ຽນປະຊາຊົນ, ສາທາລະນະສຸກ... ລ້ວນແຕ່ບັນລຸບັນດາບາດກາ້ວກະໂດດຂັ້ນ. ທ່ານເອກອັກຄະລັດຖະທູດ  Daniel J. Kritenbrink ຫວັງວ່າ ສອງປະເທດ ຈະສືບຕໍ່ກໍ່ສ້າງ ແລະ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈ ກໍຄືຄວາມເຄົາລົບເຊິ່ງກັນແລະກັນເລິກເຊິ່ງຂຶ້ນຕື່ມ; ຊຸກຍູ້ດ້ານການຄ້າ, ການພົວພັນແລກປ່ຽນປະຊາຊົນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃຫ້ດີກວ່າອີກ.

ສ່ວນຕາມທ່ານNicolas Warnery ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ ແລ້ວ, ບຸນເຕັດຂອງ ຫວຽດນາມ ແມ່ນເຂັ້ມຂົົ້ນໄປດ້ວຍສີສັນຊາດ, ແລະ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນ ຫວຽດນາມ. ນີ້ແມ່ນໂອກາດເພື່ອໄດ້ເຕົ້າໂຮມກັນ, ຖ້າຫາກທຽບໃສ່ ຝລັ່ງ, ບຸນປີໃໝ່ ຫວຽດນາມ ພັດກຍາວກວ່າ ແລະ ມີ ພິທີກຳຫຼາຍກວ່າ. ຕີລາຄາກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ຂອງ ຫວຽດນາມ ໃນປີຜ່ານມາ, ທ່ານເອກອັກຄະລັດຖະທູດNicolas Warneryຖືວ່າ ໃນສະພາບການໂລກລະບາດໂຄວິດ - 19, ຫວຽດນາມ ຍັງດຳລົງຕຳແໜ່ງຄວບຄູ່ໄດ້ຢ່າງສຳເລັດຜົນ. ທ່ານກໍມີຄວາມປາດຖະໜາວ່າ ປີ 2021 ໂລກລະບາດໂຄວິດ - 19 ຈະໄດ້ຮັບການຄວບຄຸມ ແລະ ສອງຝ່າຍຈະສົມທົບກັນ ເພື່ອຊຸກຍູ້ການພົວພັນພັດທະນາໃນທຸກຂົງເຂດຢ່າງແຮງກວ່າອີກ.

 

ຕອບກັບ