ບັນຫາ Brexit: ນາຍົກລັດຖະມົນຕີອັງກິດຍັງຢືນຢັນກຳນົດເວລາສຸດທ້າຍ 31 ຕຸລາ

Chia sẻ
(VOVWORLD) -ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຢືນຢັນວ່າ, ຍັງເດີນຕາມກຳນົດສຸດທ້າຍໃຫ້ແກ່ເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit, ໃນວັນທີ 31 ຕຸລາ

ບັນຫາ Brexit: ນາຍົກລັດຖະມົນຕີອັງກິດຍັງຢືນຢັນກຳນົດເວລາສຸດທ້າຍ 31 ຕຸລາ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບປະກອບ: Reuters)

       ວັນທີ 19 ຕຸລາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຢືນຢັນວ່າ, ຍັງເດີນຕາມກຳນົດສຸດທ້າຍໃຫ້ແກ່ເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit, ໃນວັນທີ 31 ຕຸລາ, ໂດຍບໍ່ຫົວຊາຕໍ່ເລື່ອງບັນດາສະມາຊິກລັດຖະສະພາອັງກິດ ຫາກໍ່ປ່ອນບັດໂຈະຂໍ້ຕົກລົງກ່ຽວກັບ Brexit ສະບັບໃໝ່ ເຊິ່ງທ່ານ Boris Johnson ບັນລຸໄດ້ກັບບັນດາການນຳອີຢູ ໃນວັນທີ 17 ຕຸລາ ຜ່ານມາ. ກ່າວຄຳເຫັນທີ່ສະພາແຫ່ງຊາດອັງກິດ, ທ່ານນາຍົກລັດຖະມົນຕີ Boris Johnson ເນັ້ນໜັກວ່າ “ການປ່ອນບັດມີຄວາມໝາຍ” ກ່ຽວກັບຂໍ້ຕົກລົງ Brexit ສະບັບໃໝ່ດັ່ງກ່າວ “ໄດ້ກາຍເປັນສິ່ງບໍ່ມີຄວາມໝາຍ” ແລ້ວ, ແຕ່ທ່ານຍັງຢືນຢັນວ່າ: “ຂ້າພະເຈົ້າຈະບໍ່ເຈລະຈາກັບອີຢູ ກ່ຽວກັບການເລື່ອນກຳນົດເວລາ Brexit, ເຖິງວ່າກົດໝາຍບັງຄັບໃຫ້ຂ້າພະເຈົ້າຕ້ອງເຮັດຄືແນວນັ້ນກໍ່ຕາມ”.

        ພາຍຫຼັງສະພາແຫ່ງຊາດອັງກິດ ປ່ອນບັດໂຈະຂໍ້ຕົກລົງ Brexit ໃນວັນທີ 19 ຕຸລາ, ຄະນະກຳມະການເອີລົບ ໄດ້ກະຕຸກຊຸກຍູ້ໃຫ້ລັດຖະບານອັງກິດ ອະທິບາຍບັນດາບາດກ້າວຕໍ່ໄປກ່ຽວກັບ Brexit ໂດຍໄວ.

ຕອບກັບ