ບັນດາສັນຍາການຄ້າເສລີ ລຸ້ນໃຫມ່ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງເສດຖະກິດຫວຽດນາມໄລຍະ2021-2025

Chia sẻ
(VOVWORLD) -ວັນທີ 21 ພະຈິກ, ຢູ່ ຮ່າໂນ້ຍ ສູນການຂ່າວ ແລະ  ຄາດຄະເນເສດຖະກິດ ສັງຄົມແຫ່ງຊາດ ໄດ້ສົມທົບກັບສະຖານທູດ ອຽກລັງ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ແງ່ຫວັງເສດຖະກິດຫວຽດນາມ ໄລຍະ 2021- 2025: ກາລະໂອກາດ ແລະ ສິ່ງທ້າທາຍ ຈາກບັນດາສັນຍາການຄ້າເສລີລຸ້ນ ໃຫມ່. 

ບັນດາສັນຍາການຄ້າເສລີ ລຸ້ນໃຫມ່ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງເສດຖະກິດຫວຽດນາມໄລຍະ2021-2025  - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ພາບ:TTXVN

ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານຄົ້ນຄ້ວາ ແລະ ແບ່ງປັນບັນດາການຄາດຄະເນໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ ໄລຍະ 2021- 2025, ຕີລາຄາຜົນກະທົບຈາກບັນດາສັນຍາດັ່ງກ່າວຕໍ່ພື້ນຖານເສດຖະກິດຫວຽດນາມ.

ຕາມການຄົ້ນຄວ້າແລ້ວ, ໄລຍະ 2021 – 2025 ເສດຖະກິດຫວຽດນາມ ມີຄວາມສະດວກຫລາຍຢ່າງ ແຕ່ສິ່ງທ້າຍທາຍກໍ່ບໍ່ແມ່ນຫນ້ອຍ. ການປະຕິວັດອຸດສາຫະກຳ 4.0 ໄດ້ອອກສູ່ວົງກວ້າງ ແລະ ເລື່ອງເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃຫມ່ ອາດຈະນຳມາເຊິ່ງຫລາຍກາລະໂອກາດພັດທະນາເສດຖະກິດໃຫ້ແກ່ຫວຽດນາມ ຜ່ານການເປີດກວ້າງການສົ່ງອອກ, ການລົງທຶນ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ. ເລື່ອງ ເຂົ້າຮ່ວມສັນຍາ ແລະ ປະຕິບັດບັນດາສັນຍາການຄ້າເສລີລຸ້ນໃຫມ່ ພິເສດ ແມ່ນ CPTPP ແລະ EVFTA ໄດ້ຮັບການຕີລາຄາຈະສົ່ງຜົນກະທົບຢ່າງເລິກເຊິ່ງ ກວ້າງຂວາງ ເຖິງພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະ 2021 – 2025, ຜົນສະທ້ອນຢ່າງຕັ້ງຫນ້າເຖິງການເຕີບໂຕ, ການສົ່ງອອກ, ສາມາດຊ່ວຍ GDP ຫວຽດນາມ ເພີ່ມຂຶ້ນ 4,3% ແລະ 1,3% ໃນປີ 2030. ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ຮອດປີ 2030 ຄາດວ່າ ເພີ່ມຂຶ້ນປະມານ 44,4%, ການສົ່ງອອກຂອງບັນດາປະເທດໃນ CPTPP ຮອດປີ 2035 ຈະເພີ່ມຂຶ້ນ 14,3%.

ຕອບກັບ