ບັນ​ດາ​ພັກ​ຝ່າຍ ຢູ່ ລີບ​ີ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໄລ​ຍະ​ຍາວ

Chia sẻ
(VOVWORLD) -“ການເຈລະຈາລະຫວ່າງ ຄະນະກຳມະການການທະຫານລວມ ລີບີ 5+5 ທີ່ໄດ້ດຳເນີນຢູ່ເຊີແນວໃນວັນທີ 23 ຕຸລາ ຜ່ານມາໄດ້ສິ້ນສຸດລົງດ້ວຍການ ບັນລຸໄດ້ຂໍ້ຕົກລົງຢຸດຍິງໃນໄລຍະຍາວຂອງບັນດາຝ່າຍໃນທົ່ວຜືນແຜ່ນດິນຂອງລີບີ..."
ບັນ​ດາ​ພັກ​ຝ່າຍ ຢູ່ ລີບ​ີ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໄລ​ຍະ​ຍາວ - ảnh 1 ການເຈລະຈາລະຫວ່າງ ຄະນະກຳມະການການທະຫານລວມ ລີບີ 5+5 ທີ່ໄດ້ດຳເນີນຢູ່ເຊີແນວໃນວັນທີ 23 ຕຸລາ ຜ່ານມາໄດ້ສິ້ນສຸດລົງດ້ວຍການ ບັນລຸໄດ້ຂໍ້ຕົກລົງຢຸດຍິງໃນໄລຍະຍາວຂອງບັນດາຝ່າຍໃນທົ່ວຜືນແຜ່ນດິນຂອງລີບີ (ພາບ:AFP/TTXVN)

ວັນທີ 23 ຕຸລາ, ສອງພັກຝ່າຍທີ່ເປັນປໍລະປັກກັນຕົ້ນຕໍຢູ່ ລີບີ ໄດ້ລົງນາມໃນຂໍ້ຕົກລົງຢຸດຍິງໄລຍະຍາວ, ພາຍຫຼັງການເຈລະຈາຢູ່ ເຊີແນວ ປະເທດສະວິດ ເປັນເວລາ 5 ວັນ. ໃນແຈ້ງການທີ່ໄດ້ເອົາລົງໃນສື່ສັງຄົມ facebook, ຄະນະໜູນຊ່ວຍຂອງ ສປຊ ຢູ່ ລີບີ ຊີ້ແຈ້ງວ່າ: “ການເຈລະຈາລະຫວ່າງ ຄະນະກຳມະການການທະຫານລວມ ລີບີ 5+5 ທີ່ໄດ້ດຳເນີນຢູ່ເຊີແນວໃນວັນທີ 23 ຕຸລາ ຜ່ານມາໄດ້ສິ້ນສຸດລົງດ້ວຍການ ບັນລຸໄດ້ຂໍ້ຕົກລົງຢຸດຍິງໃນໄລຍະຍາວຂອງບັນດາຝ່າຍໃນທົ່ວຜືນແຜ່ນດິນຂອງລີບີ. ຜົນງານດັ່ງກ່າວ ແມ່ນບາດລ້ຽວສຳຄັນເພື່ອມຸ່ງໄປເຖິງສັນຕິພາບ ແລະ ສະຖຽນລະພາບ.” ຂໍ້ຕົກລົງສະບັບດັ່ງກ່າວບັນລຸໄດ້ພາຍຫຼັງ ບັນດາການເຈະລຈາລະຫວ່າງ ຜູ້ຕາງໜ້າການທະຫານຂອງ ລັດຖະບານສາມັກຄີແຫ່ງຊາດ ລີບີ (GNA) ໄດ້ຮັບການສະໜັບສະໜູນຈາກສາກົນ ແລະ ຜູ້ຕາງໜ້າຂອງກຳລັງກອງທັບແຫ່ງຊາດ ລີບີ (LNA) ທີ່ມີສຳນັກງານຕັ້ງຢູ່ພາກຕາເວັນອອກປະເທດນີ້.

        ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມຊົມເຊີຍຕໍ່ການລົງນາມໃນຂໍ້ຕົກລົງດັ່ງກ່າວ ແລະ ຖືວ່າ ນີ້ແມ່ນບາດກ້າວເດີນໃຫຍ່ ເພື່ອມຸ່ງໄປເຖິງສັນຕິພາບ.


ຕອບກັບ