ບັນດາທ້ອງຖິ່ນສ້າງບັນດາວີທີການເພື່ອຮັບມືກັບໂລກລະບາດໂຄວິດ-19

Chia sẻ
(VOVWORLD) -ບັນດາຮາກຖານສາທາລະນະສຸກຕ້ອງເປັນເຈົ້າການປະຕິບັດການວິໄຈປະຈຳໄລຍະສຳລັບບັນດາຄົນເຈັບ, ຍາດຕິພີ່ນ້ອງຄົນເຈັບທີ່ເຂົ້າ-ອອກໂຮງໝໍຢ່າງເຂັ້ມງວດ
ບັນດາທ້ອງຖິ່ນສ້າງບັນດາວີທີການເພື່ອຮັບມືກັບໂລກລະບາດໂຄວິດ-19 - ảnh 1ທ່ານ ຫງວຽນແທ່ງລອງ, ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ
(ພາບ: moh.gov.vn)

ວັນທີ 11 ພຶດສະພາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍ ກ່ຽວກັບເລື່ອງເປັນເຈົ້າການຮັບມື ແລະ ແກ້ໄຂໂລກລະບາດໂຄວິດ-19 ໃນສະພາວະເສີນເຊື່ອມຕໍ່ກັບ 700 ສະຖານທີ່ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ.

        ຕໍ່ໜ້າການຜັນແປຢ່າງຮ້າຍແຮງຂອງໂລກລະບາດໂຄວິດ-19, ໃນນັ້ນມີໄວຣັດສາຍພັນໃໝ່ຂອງອັງກິດ, ອິນເດຍ ຍິ່ງເຮັດໃຫ້ເກີດຄວາມການແຜ່ລະບາດຢ່າງສູງກວ່າ. ດ້ວຍເລື່ອງສ້າງແຜນການມີ 30.000 ກໍລະນີຕິດເຊື້ອພະຍາດນັ້ນ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ ຖືວ່າ, ບັນດາຮາກຖານສາທາລະນະສຸກຕ້ອງເປັນເຈົ້າການປະຕິບັດການວິໄຈປະຈຳໄລຍະສຳລັບບັນດາຄົນເຈັບ, ຍາດຕິພີ່ນ້ອງຄົນເຈັບທີ່ເຂົ້າ-ອອກໂຮງໝໍຢ່າງເຂັ້ມງວດ, ໃນນັ້ນຕ້ອງເອົາໃຈໃສ່ເຖິງບັນຫາກັ່ນຕອງຜູ້ສົງໄສ.

        ກໍ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19 ຢູ່ຫວຽດນາມ, ວັນທີ 11 ພຶດສະພາ, ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບິ່ງເຕີນ, ແຂວງ ວິ້ງລອງ, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຫງວຽນແທ່ງລອງ, ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ແຈ້ງຂ່າວວ່າ, ປະຈຸບັນ Covax ໄດ້ເຫັນດີໜູນຊ່ວຍໃຫ້ຫວຽດນາມ ວັກຊິນກັນໂຄວິດ 40 ລ້ານໂດສ, ແຫຼ່ງທີ 2 ຫວຽດນາມ ໄດ້ສັ່ງຊື້ຈາກ Astra Zeneca ປະມານ 30 ລ້ານໂດສ ແລະ ສຳລັບແຫຼ່ງທີ 3, ປະຈຸບັນກະຊວງສາທາລະນະສຸກພວມຢືນສະເໜີແຜນການຊື້ວັກຊິນ 31 ລ້ານໂດສ ຂອງ Pfizer. ບວກກັບບັນດາແຫຼ່ງວັກຊິນອື່ນແລ້ວ, ຫວຽດນາມ ຈະມີວັກຊິນປະມານ 110 ລ້ານໂດສ ໃນຈຳນວນ 150 ລ້ານໂດສ ເຊິ່ງກົມການເມືອງສູນກາງພັກໄດ້ອະນຸຍາດຊື້ເພື່ອສັກໃຫ້ປະຊາຊົນ. ທ່ານ ຫງວຽນແທ່ງລອງ, ກ່າວວ່າ.

        “ເມື່ອມີວັກຊິນ, ພວກຂ້າພະເຈົ້າຈະຈັດຕັ້ງການສັກວັກຊິນຖືກຕ້ອງຕາມຈິດໃຈຂອງມະຕິເລກທີ 21, ເຮັດແນວໃດສັກໃຫ້ປະຊາຊົນທຸກຄົນ. ນັບແຕ່ນີ້ຮອດທ້າຍປີ 2021, ພວກຂ້າພະເຈົ້າຈະມານະພະຍາຍາມສັກວັກຊິນດ້ວຍຂອບຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ສະນັ້ນ, ປະຊາຊົນຈົ່ງອຸ່ນອ່ຽນໃຈວ່າ, ນັບແຕ່ນີ້ຮອດທ້າຍປີ 2021 ຈະໄດ້ສັກວັກຊິນຖືກຕ້ອງຕາມແຜນການເຊິ່ງລັດຖະບານ ກໍຄືກະຊວງສາທາລະນະສຸກ ພວມຜັນຂະຫຍາຍປະຕິບັດ”.

ຕອບກັບ