ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ

VOV Lao
Chia sẻ
(VOVWORLD) -ທ່ານລຶວແມັງຮ່າ, ຜູ້ອຳນວຍການໃຫ່ຍບໍລິສັດ UNITEL  ໄດ້ໄປສະຖານທູດຫວຽດນາມ ປະຈຳລາວ ມອບເງິນຈຳນວນ 20.000 USD, ສະໜັບສະໜູນກອງທຶນວັກຊິນປ້ອງກັນ ຕ້ານໂຄວິດ 19 ໂດຍລັດຖະບານຫວຽດນາມ ປຸກລະດົມ.
ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ - ảnh 1

 ບັນດາທ້ອງຖິ່ນ, ວິສາຫະກິດຢູ່ລາວ ສືບຕໍ່ຂົນຂວາຍຈຳນວນເງິນນັບຮ້ອຍລ້ານກີບ ສະໜັບສະໜູນລັດຖະບານ ແລະ ປຊຊ ຫວຽດນາມ ໃນການຕ້ານໂລກລະບາດໂຄວິດ 19.

ຕອນບ່າຍວັນທີ 15 ມິຖຸນາ, ທ່ານລຶວແມັງຮ່າ, ຜູ້ອຳນວຍການໃຫ່ຍບໍລິສັດ UNITEL  ໄດ້ໄປສະຖານທູດຫວຽດນາມ ປະຈຳລາວ ມອບເງິນຈຳນວນ 20.000 USD, ສະໜັບສະໜູນກອງທຶນວັກຊິນປ້ອງກັນ ຕ້ານໂຄວິດ 19 ໂດຍລັດຖະບານຫວຽດນາມ ປຸກລະດົມ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບາຮຸ່ງ ຂອບອົກຂອບໃຈພະນັກງານ, ພາລະກອນບໍລິສັດ UNITEL ທີ່ໄດ້ສະຫງວນກຳໄລຈຳນວນໜຶ່ງເພື່ອໜູນຊ່ວຍລັດຖະບານ ແລະ ປຊຊ ຫວຽດນາມ.

ກ່ອນໜ້ານັ້ນ, ທ່ານ ທອງສະຫວັນ ວົງສຳພັນ, ຮອງເລຂາຄະນະພັກແຂວງວຽງຈັນ ໄດ້ໄປສະຖານທູດຫວຽດນາມ ປະຈຳລາວ ມອບຈຳນວນເງິນ 10.000 USD ໃຫ້ແກ່ແຂວງແຮກສ່ຽວ ຫາຍເຢືອງ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19.

 

ຕອບກັບ