ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນການ​ໂຄ​ສະ​ນາເຜີຍ​ແຜ່​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

Chia sẻ
(VOVWORLD) -ກອງປະຊຸມໄດ້ຖ່າຍທອດສົດຈາກສະຖານທີ່ຖ່າຍທອດສົດສູນກາງ ທີ່ຫໍສະພາແຫ່ງຊາດ ຢູ່ນະຄອນຫຼວງຮ່າໂນ້ຍ ໄປຍັງສະຖານທີ່ຖ່າຍທົດສົດຂອງ 67 ຈຸດ ຢູ່ບັນດາຄະນະພັກແຂວງ, ຄະນະພັກນະຄອນ, ຄະນະພັກຂຶ້ນກັບສູນກາງ ແລະ ເປີດກ້ວາງໄປຍັງສະຖານທີ່ຖ່າຍທອດສົດຂັ້ນຮາກຖານ ກ່ວາ 7.400 ແຫ່ງ.
ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນການ​ໂຄ​ສະ​ນາເຜີຍ​ແຜ່​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ກອງປະຊຸມທາງອອນລາຍທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ ສິ້ນສຸດລົງຢ່າງຈົບງາມພາຍຫຼັງ ເຮັດວຽກເປັນເວລາ 2 ວັນເຮັດວຽກ

ຕອນບ່າຍວັນທີ 28 ມີນາ, ກອງປະຊຸມທາງອອນລາຍທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ ສິ້ນສຸດລົງຢ່າງຈົບງາມພາຍຫຼັງ ເຮັດວຽກເປັນເວລາ 2 ວັນເຮັດວຽກ. ກອງປະຊຸມໄດ້ຖ່າຍທອດສົດຈາກສະຖານທີ່ຖ່າຍທອດສົດສູນກາງ ທີ່ຫໍສະພາແຫ່ງຊາດ ຢູ່ນະຄອນຫຼວງຮ່າໂນ້ຍ ໄປຍັງສະຖານທີ່ຖ່າຍທົດສົດຂອງ 67 ຈຸດ ຢູ່ບັນດາຄະນະພັກແຂວງ, ຄະນະພັກນະຄອນ, ຄະນະພັກຂຶ້ນກັບສູນກາງ ແລະ ເປີດກ້ວາງໄປຍັງສະຖານທີ່ຖ່າຍທອດສົດຂັ້ນຮາກຖານ ກ່ວາ 7.400 ແຫ່ງ. ມີສະມາຊິກພັກ ປະມານ 1 ລ້ານຄົນໃນທົ່ວປະເທດໄດ້ເຊືຶ່ອມຊຶມ, ຮ່ຳຮຽນມະຕິ. ທ່ານ ຫງວຽນຈ້ອງເງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຢັ້ງຢືນວ່າ ກອງປະຊຸມຄັ້ງນີ້ມີການປ່ຽນແປ່ງໃໝ່ຫຼາຍຢ່າງ, ພິເສດແມ່ນການນຳວິທະຍາສາດເຕັກໂນໂລຢີເຂົ້າການສຶກສາ ແລະ ໂຄສະນາເຜີຍແຜ່. ທ່ານໃຫ້ຮູ້ວ່າ:

        ພິເສດແມ່ນພວກເຮົາ ກວດກາໄດ້ລະບົບເຕັກໂນໂລຢີຂອງພວກເຮົາແຕ່ສູນກາງລົງຮອດຮາກຖານ. ນີ້ແມ່ນບັນດາບົດຮຽນປະສົບການອັນລ້ຳຄ່າເພື່ອໃຫ້ພວກເຮົາຈະສືບຕໍ່ສະຫຼຸບ ຜັນຂະຫຍາຍໃນວຽກງານສຶກສາຖະແຫຼງຂ່າວການໂຄສະນາເຜີຍແຜ່ໃນໄລຍະຈະມາເຖິງກໍ່ຄືເປັນການກຳນົດທິດຖະແຫຼງຂ່າວຢ່າງທັນການ ໂດຍສະມາຊິກພັກຂອງ ພວກເຮົາ ໃນທຸກໆສະພາບການ.

ຕອບກັບ