ນາຍົກລັດຖະມົນຕີຫວຽດນາມ​ປະກາດ​ໂລກລະບາດ​ໂຄ​ວິດ - 19 ​ໃນ​ທົ່ວ​ປະ​ເທດ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 01 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ໄດ້ປະກາດຂໍ້ຕົກລົງສະບັບເລກທີ 447 ກ່ຽວກັບເລື່ອງປະກາດໂລກລະບາດໂຄວິດ - 19 ໃນທົ່ວປະເທດ.

ຂໍ້ຕົກລົງສະບັບດັ່ງກ່າວຊີ້ແຈ້ງວ່າ: ປະກາດໂລກພະຍາດຕິດແປດຢູ່ຫວຽດນາມດ້ວຍຊື່ວ່າ ໂລກລະບາດໂຄວິດ - 19. ໄລຍະເວລາເກີດໂລກລະບາດແມ່ນ ນັບແຕ່ວັນທີ 23 ມັງກອນ 2020 ດ້ວຍລັກສະນະ, ລະດັບອັນຕະລາຍ ແມ່ນພະຍາດຕິດແປດກຸ່ມ A, ຄວາມສ່ຽງແມ່ນຢູ່ລະດັບເປັນໂລກລະບາດທົ່ວໂລກ, ໂດຍຕິດຕໍ່ກັນຜ່ານທາງລະບົບຫາຍໃຈຈາກຄົນສູ່ຄົນ.

ນາຍົກລັດຖະມົນຕີຫວຽດນາມ​ປະກາດ​ໂລກລະບາດ​ໂຄ​ວິດ - 19 ​ໃນ​ທົ່ວ​ປະ​ເທດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ (ພາບ: TTXVN) 

ບັນດາມາດຕະການປ້ອງກັນ ແລະສະກັດກັ້ນໂລກລະບາດດັ່ງກ່າວຕາມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດ, ລວມມີ: ສ້າງຕັ້ງຄະນະຊີ້ນໍາວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດແຫ່ງຊາດ; ແຈ້ງອາການສຸຂະະພາບ, ການລາຍງານກ່ຽວກັບໂລກລະບາດ; ຈັດຕັ້ງການກວດ ແລະປິ່ນປົວພະຍາດສຸກເສີນ; ຈັດຕັ້ງການແຍກຕົວທາງສາທາລະນະສຸກ; ເຮັດອະນາໄມ, ສີດຢາຂ້າເຊື້ອຢູ່ເຂດເກີດໂລກລະບາດ; ບັນດາມາດຕະການປ້ອງກັນຕົນເອງ; ຄວບຄຸມການເຂົ້າ - ອອກເຂດເກີດໂລກລະບາດ; ລະດົມ, ນໍາໃຊ້ບັນດາແຫຼ່ງກໍາລັງຮັບໃຊ້ການເຄື່ອນໄຫວປ້ອງກັນ ແລະສະກັດກັ້ນ; ຮ່ວມມືກັບສາກົນໃນວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດ ແລະບັນດາມາດຕະການອື່ນໆໃນຊ່ວງເວລາທີ່ເກີດໂລກລະບາດ.

ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກໍາມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ, ບັນດາຮາກຖານສາທາລະນະສຸກ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງຈົ່ງຜັນຂະຫຍາຍການປະຕິບັດບັນດາຄໍາຊີ້ນໍາຂອງຄະນະເລຂາສູູນກາງພັກ, ກົມການເມືອງ, ນາຍົກລັດຖະມົນຕີ, ບັນດາຄໍາຊີ້ນໍາຂອງຄະນະຊີ້ນໍາວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດໂຄວິດ - 19 ແລະບັນດາຂໍ້ກໍານົດກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

ຂໍ້ຕົກລົງສະບັບດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ເມສາ ເປັນຕົ້ນໄປ.

ຕອບກັບ