ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ

Chia sẻ
(VOVWORLD) -ວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດງານການທູດຢູ່ຫວຽດນາມ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ  ທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ຊຶ່ງໄດ້ປະຕິບັດບົດບາດເປັນຂົວເຊື່ອມຕໍ່ເປັນຢ່າງດີເພື່ອເພີ່ມທະວີສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ຍັງມີຫຼາຍບັນຫາທີ່ຈະຕ້ອງເອົາໃຈໃສ່ຊຸກຍູ້ການຮ່ວມມື, ໃນນັ້ນ ມີບັນຫາຮ່ວມມືເສດຖະກິດ, ການເຕີບໂຕວົງເງິນການຄ້າ, ບັນດາໂຄງການຈຸດສຸມ….

    ໃຫ້ຂໍ້ສັງເກດສະພາບການພາກພື້ນ ແລະ ໂລກ, ໃນນັ້ນ ມີບັນຫາທະເລຕາເວັນອອກພວມສືບຕໍ່ຜັນແປຢ່າງສັບສົນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ 2 ປະເທດຄວນເພີີ່ມທະວີຄວາມສາມັກຄີ, ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດຮ່ວມມື ອາຊຽນ, ສູ້ຊົນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ເພື່ອພ້ອມກັນພັດທະນາ.

    ສ່ວນທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ຢືນຢັນວ່າ ຈະມານະພະຍາຍາມ ເສີມສ້າງສາຍພົວພັນອັນດີງາມຫວຽດນາມ-ລາວ ໃຫ້ສົມກັບຄວາມຫວັງຂອງການນຳ ແລະ ປະຊາຊົນຂອງ 2 ປະເທດ.

ຕອບກັບ