ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານ ກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ

Chia sẻ
(VOVWORLD) -ຕອນບ່າຍວັນທີ 11 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານ ກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ       ທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ແຈງວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ-ສ.ເກົາຫຼີ ສືບຕໍ່ມີທ່າພັດທະນາອັນດີງາມໃນທຸກດ້ານ. ດັ່ງນັ້ນ, ການຮ່ວມມືລະຫວ່າງ ກຸ່ມບໍລິສັດການເງິນ ຮານາ ແລະທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແມ່ນປະກົດການທີ່ມີຊີວິດຊີວາຂອງສາຍພົວພັນນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ ກຸ່ມບໍລິສັດການເງິນ ຮານາ ແລະທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມື. ລັດຖະບານຫວຽດນາມຈະອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາເຄື່ອນໄຫວຢູ່ຫວຽດນາມຢ່າສງສຳເລັດຜົນ.

     ສ່ວນ ທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ ໃຫ້ຮູ້ວ່າ ກຸ່ມບໍລິສັດນີ້ ໄດ້ກາຍເປັນຂາຫຸ້ນຍຸດທະສາດຂອງ BIDV ແລະ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ກຸ່ມບໍລິສັດຍູ້ແຮງການຮ່ວມມື, ທຳມາຄ້າຂາຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຢູ່ຫວຽດນາມ.

 

ຕອບກັບ