ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ 2 ຝ່າຍກັບນາຍົກລັດຖະມົນຕີສິງກະໂປ

Chia sẻ
(VOVWORLD) -ວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ເນື່ອງໃນໂອກາດມາເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ (WEF ASEAN) ຢູ່ຫວຽດນາມ.
ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ 2 ຝ່າຍກັບນາຍົກລັດຖະມົນຕີສິງກະໂປ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີສິງກະໂປ)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຜົນງານດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີຂອງສິງກະໂປ ແລະ ສະເໜີໃຫ້ສິງກະໂປ ໜູນຊ່ວຍຫວຽດນາມ ໃນການຮັບເອົາກາລະໂອກາດຈາກການປະຕິວັດອຸດສາຫະກຳ 4.0, ນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການຄຸ້ມຄອງ, ຫັນເປັນຕົວເມືອງ, ການຖ່າຍທອດເຕັກໂນໂລຊີ ແລະ ການລົງທຶນພັດທະນາພື້ນຖານໂຄງລ່າງ…

        ສ່ວນທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ຊົມເຊີຍບັນດານະຄອນໃຫຍ່ຂອງຫວຽດນາມ ຄື: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ດ່ານັ້ງ ເຂົ້າຮ່ວມເຄືອຂ່າຍບັນດານະຄອນອັດສະລິຍະອາຊຽນ ເພື່ອແນໃສ່ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ນຳບັນດານະຄອນນີ້ໃຫ້ກາຍເປັນບັນດາຕົວເມືອງແຖວໜ້າໃນພາກພື້ນ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ໜູນຊ່ວຍປະຊາຄົມວິສາຫະກິດຂອງ 2 ປະເທດເປີດກວ້າງການຮ່ວມມື, ລົງທຶນດຳເນີນທຸລະກິດຢູ່ແຕ່ລະປະເທດ; ໜູນຊ່ວຍແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ສະເໜີແນະຂອງວິສາຫະກິດຢ່າງທັນການ ເພື່ອແນໃສ່ຍົກສູງວົງເງິນການຄ້າ ແລະ ການລົງທຶນ 2 ສົ້ນຢ່າງບໍ່ຢຸດຢັ້ງ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສົມທົບກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນອາຊຽນ ເພື່ອຫັນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ການປະດິດຄິດສ້າງເປັນລະອຽດ; ຮັກສາບັນດາຫຼັກການເຊິ່ງອາຊຽນ ໄດ້ເຫັນດີເຫັນພ້ອມໃນບັນດາບັນຫາສຳຄັນ ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ. 2 ຝ່າຍກໍ່ເຫັນດີຊຸກຍູ້ທ່າຕັ້ງໜ້າຂອງການຫັນການຄ້າເປັນເສລີ ແລະ ການຮ່ວມສຳພັນເສດຖະກິດພາກພື້ນໃນປະຈຸບັນ, ສົມທົບກັບບັນດາປະເທດດຳເນີນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໂດຍໄວ.

ຕອບກັບ