ນະຄອນ ໂຮ່ຈີມິນ ມານະພະຍາຍາມຄວບຄຸມ ຜູ້ຕິດໂລກລະບາດ Covid-19

Chia sẻ
(VOVWORLD) -  ຕອນບ່າຍວັນທີ 26 ມີນາ, ທີ່ກອງປະຊຸມຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກວ່າ: ຈຸດປະສົງຂອງນະຄອນ ແມ່ນບໍ່ປະໃຫ້ສະພາບການໄວຣັດ SARS-CoV-2 ແຜ່ລະບາດອອກສູ່ວົງຄະນະຍາດຢ່າງໄວ, ຄວບຄຸມຜູ້ຕິດເຊື້ອ Covid-19 ໄວ້ໃນບໍລິເວນໃຫ້ຕ່ຳກວ່າ 150 ຄົນ.
ນະຄອນ ໂຮ່ຈີມິນ ມານະພະຍາຍາມຄວບຄຸມ ຜູ້ຕິດໂລກລະບາດ Covid-19 - ảnh 1 ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ (ພາບ: ອິນເຕີແນັດ)

        ຕີລາຄາສູງຄວາມມານະພະຍາຍາມໃນການຄວບຄຸມໂລກລະບາດ Covid-19 ຂອງລະບົບສາທາລະນະສຸກນະຄອນ ໂຮ່ຈີມິນ, ທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃສ່ໃຈວ່າ ບໍ່ມີມາດຕະການປ້ອງກັນ, ສະກັດກັ້ນໃດໆ ທີ່ດີ ແລະ ປະຢັດລາຍຈ່າຍກ່ວາ ການໃສ່ຜ່າອັດປາກ-ອັດດັງ ແລະ ການປະຕິບັດໃຫ້ຢູ່ຫ່າງກັນໃນສັງຄົມ. ທ່ານກ່າວວ່າ:

        “ເລື່ອງໃສ່ຜ້າອັດປາກ-ອັດດັງ ແມ່ນມາດຕະການຢ່າງຖືກຕ້ອງ ແລະ ມີປະສິດທິຜົ. ໃນໄລຍະຈະມາເຖິງ ຂ້າພະເຈົ້າສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນອອກຄຳສັ່ງທີ່ວ່າ ເມື່ອອອກໄປຂ້າງນອກຕ້ອງໃສ່ຜ້າອັດປາກ-ອັດດັງ, ຖ້າໃຜບໍ່ໃສ່ ຕ້ອງເອົາຜ້າອັດປາກ-ອັດດັງໃຫ້ໃສ່ໃນທັນທີໂດຍບໍ່ຄິດຄ່າ.

ຕອບກັບ