ນັກ​ຮ​ຽ​ນ​ຮູ້​ສາ​ກົນຖື​ເປັນ​ສຳ​ຄັນ UNCLOS ແລະ​ຄຳ​ຕັດ​ສິນ​ຂອງ​ PCA ໃນ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານສາສະດາຈານ Thomas Engelbert ຂຶ້ນກັບມະຫາວິທະຍາໄລ Hamburg ໄດ້ຖືວ່າ: ພາຍຫຼັງສານ PCA ອອກຄຳຕັດສິນກ່ຽວກັບທະເລຕາເວັນອອກ, ສະພາບການຢູ່ເຂດທະເລນີ້ ສືບຕໍ່ມີການຜັນແປທີ່ເຄັ່ງຕຶງຢູ່ພູມສາດຕົວຈິງ, ດ້ວຍການລະເມີດກົດໝາຍສາກົນທີ່ໄດ້ເກີດຂຶ້ນເປັນປະຈຳ ເຊິ່ງເຮັດໃຫ້ຫຼາຍປະເທດຕ້ອງອອກສຽງຄັດຄ້ານ.
ນັກ​ຮ​ຽ​ນ​ຮູ້​ສາ​ກົນຖື​ເປັນ​ສຳ​ຄັນ UNCLOS ແລະ​ຄຳ​ຕັດ​ສິນ​ຂອງ​ PCA ໃນ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ - ảnh 1ຄຳຕັດສິນຂອງສານ PCA ແມ່ນພື້ນຖານນິຕິກຳສຳຄັນໃນການແກ້ໄຂບັນຫາຢູ່ທະເລຕາເວັນອອກ (ພາບ: TTXVN)

ວັນທີ 9 ກໍລະກົດ, ສະຖາບັນ ອາຊີ - ອາບຟຼິກກາ ຂຶ້ນກັບມະຫາວິທະຍາໄລ Hamburg ຂອງ ເຢຍລະມັນ ໄດ້ຈັດກອງປະຊຸມສຳມະນາຄັ້ງທີ 4 ກ່ຽວກັບທະເລຕາເວັນອອກ ເນື່ອງໃນໂອກາດ 5 ປີແຫ່ງ ວັນສານກຳມະການປະຈຳ (PCA) ອອກຄຳຕັດສິນ ກ່ຽວກັບທະເລຕາເວັນອອກ (ວັນທີ 12 ກໍລະກົດ 2016). ຍ້ອນໂລກລະບາດໂຄວິດ - 19, ດັ່ງນັ້ນກອງປະຊຸມສຳມະນາໄດ້ຈັດຕັ້ງຕາມຮູບການທາງອອນລາຍ ແຕ່ບັນດາຜູ້ແທນເຂົ້າຮ່ວມລ້ວນແຕ່ຖືເປັນສຳຄັນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ຄຳຕັດສິນຂອງສານ PCA ໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານສາສະດາຈານ Thomas Engelbert ຂຶ້ນກັບມະຫາວິທະຍາໄລ Hamburg ໄດ້ຖືວ່າ: ພາຍຫຼັງສານ PCA ອອກຄຳຕັດສິນກ່ຽວກັບທະເລຕາເວັນອອກ, ສະພາບການຢູ່ເຂດທະເລນີ້ ສືບຕໍ່ມີການຜັນແປທີ່ເຄັ່ງຕຶງຢູ່ພູມສາດຕົວຈິງ, ດ້ວຍການລະເມີດກົດໝາຍສາກົນທີ່ໄດ້ເກີດຂຶ້ນເປັນປະຈຳ ເຊິ່ງເຮັດໃຫ້ຫຼາຍປະເທດຕ້ອງອອກສຽງຄັດຄ້ານ. ໃນຂະນະນັ້ນ, ວິວັດການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ລະຫວ່າງ ອາຊຽນ ແລະ ຈີນ ຍັງບໍ່ທັນສຳເລັດເທື່ອ. ທ່ານສາດສະດາຈານ Thomas Engelbert ກໍ່ໄດ້ເຕື້ອງເຖິງບັນຫານີ້ເມື່ອຕົ້ນປີ 2021, ຍີ່ປຸ່ນ ໄດ້ສົ່ງເອກະສານທາງການໄປຍັງ ສປຊ ເພື່ອປະຕິເສດບັນດາຄວາມຮຽກຮ້ອງອະທິປະໄຕຂອງ ຈີນ ຢູ່ທະເລຕາເວັນອອກ. ບັນດາປະເທດຄື: ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ອົດສະຕາລີ, ນິວຊີແລຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ ກໍ່ໄດ້ຍົກອອກບັນດາຖະແຫຼງການກ່ຽວກັບບັນດາການຜັນແປທີ່ເຄັ່ງຕຶງຢູ່ເຂດທະເລນີ້. ບັນດາຝ່າຍລ້ວນແຕ່ມີຄວາມຫວັງວ່າ ທະເລຕາເວັນອອກ ຈະແມ່ນເຂດທະເລທີ່ມີຄວາມປອດໄພ, ຮັບປະກັນການເສລີໃນການເດີນເຮືອ. ປະຊາຄົມສາກົນ ຍາມໃດກໍ່ຖືເປັນສຳຄັນການປະຕິບັດກົດໝາຍສາກົນ ແລະ ຄັດຄ້ານຢ່າງແຮງບັນດາການກະທຳລະເມີດ UNCLOS ກໍ່ຄືການບໍ່ປະຕິບັດຕາມຄຳຕັກສິນຂອງສານ PCA.

ຕອບກັບ