ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ

Chia sẻ
(VOVWORLD) -ບົດຂຽນໄດ້ຕີລາຄາກ່ຽວກັບບົດບາດ, ທີ່ຕັ້ງສາກົນ ກໍຄືບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນຫຼາຍປີຜ່ານມາ, ພ້ອມທັງເນັ້ນໜັກເຖິງລາຍການເຮັດວຽກຢ່າງມີປະສິດທິຜົນ ແລະ ຕັ້ງໜ້າຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນກອງປະຊຸມສະມັດຊາໃຫຍ່ ສປຊ.
ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ - ảnh 1 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳປາໄສໃນກອງປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 (ພາບ: TTXVN)

  ວັນທີ 24 ກັນຍາ, ສໍານັກຂ່າວສານ Infox ໄດ້ລົງບົດຂຽນຂອງ ທ່ານ Grigory Trofimchuk  ນັກຊ່ຽວຊານຊາວ ລັດເຊຍ ຊຶ່ງໄຈ້ແຍກສະພາບການການເມືອງສາກົນຂອງ ລັດເຊຍ, ສັງກັດກອງທຶນຄົ້ນຄວ້າວິທະຍາສາດ “ແນວຄວາມຄິດ ອາຊີ - ເອີຣົບ” ກ່ຽວກັບບົດບາດຂອງ ຫວຽດນາມ ໃນເວທີສາກົນ ແລະ ການປະກອບສ່ວນຕ່າງໆແກ່ ສປຊ ໃນຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບ. ດ້ວຍຫົວຂໍ້ “ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ”, ບົດຂຽນໄດ້ຕີລາຄາກ່ຽວກັບບົດບາດ, ທີ່ຕັ້ງສາກົນ ກໍຄືບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນຫຼາຍປີຜ່ານມາ, ພ້ອມທັງເນັ້ນໜັກເຖິງລາຍການເຮັດວຽກຢ່າງມີປະສິດທິຜົນ ແລະ ຕັ້ງໜ້າຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນກອງປະຊຸມສະມັດຊາໃຫຍ່ ສປຊ. ກ່ຽວກັບບົດບາດຂອງ ຫວຽດນາມ ໃນເວທີສາກົນ, ຜູ້ຂຽນຖືວ່າ ຫວຽດນາມ ບັນລຸໄດ້ລະດັບສູງໃໝ່, ເຊິ່ງສາມາດເຫັນໄດ້ຢ່າງຈະແຈ້ງຜ່ານບັນດາການປະກອບສ່ວນໃນຖານະເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ເມື່ອໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ກໍຄື ໃນບັນດາການເຄື່ອນໄຫວຂອງ ອາຊຽນ.

        ໃນຂະນະນັ້ນ, ທ່ານປະລິນຍາເອກ Vasily Kashin, ພະແນກເສດຖະກິດ ແລະ ການເມືອງສາກົນ, ມະຫາວິທະຍາໄລເສດຖະກິດຂັ້ນສູງ (ລັດເຊຍ) ໄດ້ໃຫ້ຂໍ້ສັງເກດວ່າ ບົດກ່າວປາໄສຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນກອງປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ກວມລວມຫຼາຍບັນຫາຮີບເຮັ່ງໃນປັດຈຸບັນ ນັບແຕ່ບັນດາສິ່ງທ້າທາຍຂອງຄວາມໝັ້ນຄົງແບບໃໝ່ ຄື ໂລກລະບາດໂຄວິດ - 19; ການປ່ຽນແປງຂອງດິນຟ້າອາກາດ; ສະພາບຂາດຄວາມຍຸຕິທຳໃນທົ່ວໂລກ; ບົດບາດເປັນໃຈກາງຂອງ ສປຊ ຕະຫຼອດຮອດບັນດາບັນຫາໃນພື້ນຖານເສດຖະກິດຂອງພາກພື້ນ, ຄວາມເຄັ່ງຕຶງກ່ຽວກັບການຂັດແຍ່ງໃນບັນຫາຜືນແຜ່ນດິນ ແລະ ການຊ່ວງເສັງປະກອບອາວຸດ.

ແອັງຕູ໊, ວັນເທື່ອງ - ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ