ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ເຈລະຈາທາງໂທລະສັບກັບປະທານາທິບໍດີ ສີລັງກາ

Chia sẻ
(VOVWORLD) -ຕອນບ່າຍວັນທີ 14 ມິຖຸນາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ມີການເຈລະຈາທາງໂທລະສັບກັບປະທານາທິບໍດີ ສີລັງກາ Nandasena Gotabaya Rajapaksa.
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ເຈລະຈາທາງໂທລະສັບກັບປະທານາທິບໍດີ ສີລັງກາ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢືນຢັນວ່າ ພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບສີລັງກາ. ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ສະເໜີໃຫ້ທັງ 2 ຝ່າຍສືບຕໍ່ຊຸກຍູ້ຄວາມເຂົ້າໃຈ ແລະ ໄວ້ວາງໃຈຊຶ່ງກັນແລະ ກັນ , ພົບປະ ແລະ ແລກປ່ຽນຂັ້ນສູງ ແລະ ຂັ້ນຕ່າງໆ. ທ່ານສະເໜີບັນດາອົງການສຳນັກງານຂອງ 2 ປະເທດ ເສີມຂະຫຍາຍບັນດາກົນໄກທີ່ມີມາແລ້ວ, ຊຸກຍູ້ການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ, ກະສີກຳ, ການປັ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວິທະຍາສາດ, ເຕັກໂນໂລຢີ……

     ສ່ວນປະທານາທິບໍດີ Nandasena Gotabaya Rajapaksa ຢືນຢັນວ່າ ສີລັງກາ ມີຄວາມຫວັງຢາກສົມທົບ ແລະ ພ້ອມແລ້ວທີ່ຈະສະໜັບສະໜູນຫວຽດນາມໃນບັນດາເວທີປາໄສສາກົນ. ປະທານາທິບໍດີ Nandasena Gotabaya Rajapaksa ເນັ້ນໜັກເຖິງສາຍພົວພັນທີ່ອົບອຸ່ນ ແລະ ໄດ້ຜ່ານການທົດສອບ ແລະ ໄດ້ຮັບການເສີມສ້າງ ແລະ ຍູ້ແຮງຈາກບັນດາການນຳທັງ 2 ຝ່າຍ. ທ່ານຫວັງວ່າ 2 ຝ່າຍຄວນຍູ້ແຮງການຮ່ວມມືເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍໃນປະຈຸບັນ ຄືໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ເປີດກ້ວາງການຮ່ວມມືສູ່ຂົງເຂດໃໝ່ໃນໄລຍະພາຍຫຼັງໂຄວິດ - 19 .

ຕອບກັບ