ທ່ານ​ເຈືອງ​ຮ່​ວາ​ບິ່ງຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້​ປະ​ຈ​ຳ​ການ​ລັດ​ຖະ​ບານ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສານ​ສູງ​ສຸດ​ສິງ​ກະ​ໂປ

Chia sẻ
(VOVWORLD) -   ຕອນບ່າຍວັນທີ 16 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sundaresh Menon ປະທານສານສູງສຸດສິງກະໂປພ້ອມກັບຄະນະປະຕິບັດງານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ທ່ານ​ເຈືອງ​ຮ່​ວາ​ບິ່ງຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້​ປະ​ຈ​ຳ​ການ​ລັດ​ຖະ​ບານ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສານ​ສູງ​ສຸດ​ສິງ​ກະ​ໂປ - ảnh 1  ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Sundaresh Menon ປະທານສານສູງສຸດສິງກະໂປv (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ມີຄວາມປາດຖະໜາຢາກໃຫ້ ສານສູງສຸດສິງກະໂປແບ່ງປັນບົດຮຽນຂອງຕົນກັບ ຫວຽດນາມ, ເປັນຕົ້ນແມ່ນວິວັດການຫວຽດນາມພວມປັບປຸງ, ພັດທະນາ ລະບົບກົດໝາຍ ແລະ ນິຕິກຳ. ສ່ວນບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ຫວຽດນາມມີຄວາມວິຕົກກັງວົນທີ່ສຸດຕໍ່ການກະທຳຂອງຈີນຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້. ບັນດາການກະທຳນີ້ບໍ່ພຽງແຕ່ລະເມີດເຂດທະເລຫວຽດນາມເທົ່ານັ້ນຫາກຍັງລະເມີດຖະແຫຼງການປີ 2002 ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ແລະ ໄປຝືນກັບຄຳໝັ້ນສັນຍາຂອງຈີນ ແລະ ບັນດາປະເທດ ອາຊຽນໃນການຮັກສາສະພາບແວດລ້ອມທີ່ມີຄວາມສະດວກໃຫ້ແກ່ວິວັດການເຈລະຈາ COCອີກດ້ວຍ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ບັນດາປະເທດສະມາຊິກອາຊຽນຄວນຮັບປະກັນບົດບາດໃຈກາງຜ່ານການສົມທົບຫຼັກໝັ້ນ, ຮັກສາຄວາມສາມັກຄີພາຍໃນ, ມີສຽງເວົ້າລວມ, ຢຶດໝັ້ນຄັດຄ້ານບັນດາການກະທຳພຽງລຳພັງຝ່າຍດຽວທີ່ລະເມີດກົດໝາຍສາກົນ, ລະເມີດບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງບັນດາປະເທດແຄມທະເລຢ່າງຮ້າຍແຮງ, ກໍ່ຜົນກະທົບທາງລົບຕໍ່ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ.

        ສ່ວນທ່ານ Sundaresh Menon ປະທານສານສູງສຸດ ສິງກະໂປ ຖືວ່າ ຝ່າຍສິງກະໂປຍາມໃດກໍ່ເຊື່ອໝັ້ນຕໍ່ການເຄົາລົບນັບຖືກົດໝາຍ ແລະ ການແກ້ໄຂຄວາມຂັດແຍ່ງໂດຍການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ.

ຕອບກັບ