ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບຮອງປະທານສະແຫ່ງຊາດລາວ

Chia sẻ
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ  ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຕິດຕາມກວດກາ ແລະ ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ

ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບຮອງປະທານສະແຫ່ງຊາດລາວ - ảnh 1 ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ ຕ້ອນຮັບຮອງປະທານສະແຫ່ງຊາດລາວ

(ພາບ: TTXVN)

ຕອນບ່າຍວັນທີ 20 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດສປປ. ລາວ ບຸນປອນ ບຸດຕະນະວົງ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ  ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຕິດຕາມກວດກາ ແລະ ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ຕັ້ງໜ້າສົມທົບກັນໃຫ້ມີປະສິດທິຜົນເພື່ອສ້າງຄວາມສະດວກໃຫ້ແກ່ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ໃຫ້ຖືກຕ້ອງຕາມກຳນົດເວລາຄືບໜ້າ ແລະ ຮັບປະກັນຄຸນນະພາບໃຫ້ຖືກຕ້ອງຕາມຈິດໃຈຊີ້ນຳຂອງການນຳຂັ້ນສູງ 2 ປະເທດ; ສະໜັບສະໜູນ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ບຸນປອນ ບຸດຕະນະວົງ ຢືນຢັນວ່າ: ຝ່າຍລາວ ຈະສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ, ປະທານ AIPA ໃນປີ 2020 ກໍ່ຄືກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ເພື່ອຜົນປະໂຫຍດຂອງ 2 ປະເທດ ແລະ ບັນດາປະເທດສະມາຊິກ.

ຕອບກັບ