ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຊຸດທີ 74 ຂອງສະມັດຊາໃຫຍ່ສປຊ

Chia sẻ
(VOVWORLD) -ການຕ່າງປະເທດຫຼາຍຝ່າຍມີທີ່ຕັ້ງສຳຄັນພິເສດໃນນະໂຍບາຍການຕ່າງປະເທດ ກໍຄືໃນວິວັດແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຊຸດທີ 74 ຂອງສະມັດຊາໃຫຍ່ສປຊ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ

(ພາບ: TTXVN)

ວັນທີ 28 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ, ກ່າວຄຳເຫັນຕໍ່ໜ້າການນຳ ແລະ ຜູ້ຕາງໜ້າ 193 ປະເທດສະມາຊິກ, ທີ່ວາລະປຶກສາຫາລືລວມຂັ້ນສູງຊຸດທີ 74 ຂອງສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງລັດທິຫຼາຍຝ່າຍ ແລະ ຢືນຢັນວ່າ ການຕ່າງປະເທດຫຼາຍຝ່າຍມີທີ່ຕັ້ງສຳຄັນພິເສດໃນນະໂຍບາຍການຕ່າງປະເທດ ກໍຄືໃນວິວັດແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ທ່ານ ຟ້າມບິ່ງມິງ, ກ່າວວ່າ.

        “ຫວຽດນາມ ໄດ້ເປັນເຈົ້າການຕັ້ງໜ້າເຂົ້າຮ່ວມ ແລະ ມີບັນດາການປະກອບສ່ວນກໍ່ສ້າງ, ມີຄວາມຮັບຜິດຊອບໃນບັນດາວິວັດທະນາການຫຼາຍຝ່າຍ. ພ້ອມກັບບັນດາປະເທດອາຊຽນ, ຫວຽດນາມ ພວມມານະພະຍາຍາມເພີ່ມທະວີບົດບາດໃຈກາງຂອງອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ເພີ່ມທະວີການພັດທະນາ, ວັດທະນາຖາວອນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ. ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ຂໍ້ຕົກລົງຂອງປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຢ່າງຄົບຖ້ວນ. ໂດຍແມ່ນປະເທດສະມາຊິກຂອງສະມັດຊາໃຫຍ່ສະຫະປະຊາຊາດ, ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ຮ່ວມມືກັບບັນດາສະມາຊິກສະຫະປະຊາຊາດ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ”.

        ກ່ຽວຂ້ອງເຖິງບັນຫາຢູ່ທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ: ຫວຽດນາມ ຖືວ່າ ເລື່ອງເຄົາລົບກົດໝາຍສາກົນແມ່ນວິທີມີປະສິດທິຜົນ ເພື່ອແນໃສ່ສະກັດກັ້ນການປະທະກັນ ກໍຄືຊອກຫາບັນດາມາດຕະການແກ້ໄຂຢ່າງຍາວນານໃຫ້ແກ່ການຂັດແຍ້ງ ແລະ ການປະທະກັນ. ຍົກອອກບັນຫາທະເລຕາເວັນອອກທີ່ວາລະປຶກສາຫາລື, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ຖືວ່າ.

        “ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ ຈົ່ງເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) – “ກົດບັດວ່າດ້ວຍທະເລ ແລະ ມະຫາສະມຸດ”. ເຊື່ອມຕໍ່ມະຫາສະມຸດອິນເດຍ ແລະ ມະຫາສະມຸດປາຊີຟິກ, ທະເລຕາເວັນອອກ ມີຄວາມໝາຍຍຸດທະສາດສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ອາຊີ - ປາຊີຟິກ ແລະ ໃນໂລກ. ຮັບຮູ້ໄດ້ສິ່ງດັ່ງກ່າວ, ບັນດາປະເທດທີ່ກ່ຽວຂ້ອງໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງກ່ຽວກັບການແກ້ໄຂຄວາມບໍ່ລົງລອຍກັນ, ການຂັດແຍ້ງກັນ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ຊີ້ແຈ້ງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປທີ່ສັບສົນຢູ່ທະເລຕາເວັນອອກເປັນຫຼາຍຄັ້ງແລ້ວ, ໃນນັ້ນມີເລື່ອງລະເມີດບັນດາສິດອຳນາດອະທິປະໄຕ ແລະ ສິດອຳນາດສານຢູ່ບັນດາເຂດທະເລຂອງຫວຽດນາມ ທີ່ໄດ້ກຳນົດຕາມ UNCLOS 1982. ບັນດາຝ່າຍທີ່ກ່ຽວຂ້ອງຄວນລະງັບໃຈ ແລະ ຫຼີກລ້ຽງບັນດາການກະທຳພຽງລຳພັງຝ່າຍດຽວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ເພີ່ມຄວາມເຄັ່ງຕຶງ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982”.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ, ຄວນຢືນຢັນຄືນໃໝ່ບົດບາດ ແລະ ຄວາມສຳຄັນຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ ໃນການສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກໂດຍອີງໃສ່ກົດໝາຍ, ຊຸກຍູ້ການພົວພັນລະຫວ່າງບັນດາປະເທດ ແລະ ເພີ່ມທະວີການຮ່ວມມືຫຼາຍຝ່າຍ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການບັນດາລັດຖະມົນຕີການຕ່າງປະເທດອາຊຽນ (IAMM) ແລະ ບັນດາກອງປະຊຸມລະຫວ່າງບັນດາລັດຖະມົນຕີການຕ່າງປະເທດອາຊຽນ ກັບສະພາຮ່ວມມືເຂດອ່າວເປີເຊຍ (GCC), ສຳພັນທະມິດປາຊີຟິກ (PA) ແລະ ເລຂາທິການໃຫຍ່ສະຫະປະຊາຊາດ ແລະ ປະທານສະມັດຊາໃຫຍ່ສະຫະປະຊາຊາດ.

ຕອບກັບ