ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄປກວດກາວຽກງານເລືອກຕັ້ງຢູ່ແຂວງ ດົ່ງທ໊າບ

Chia sẻ
(VOVWORLD) -ແຂວງ ດົ່ງທ໊າບ ຕ້ອງສືບຕໍ່ຍູ້ແຮງວຽກງານໂຄສະນາ, ຂົນຂວາຍຂັ້ນຮາກຖານ, ແຕ່ລະຄອບຄົວ ແລະ ປະຊາຊົນທຸກຄົນເຂົ້າໃຈໄດ້ຄວາມສຳຄັນຂອງການເລືອກຕັ້ງ
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄປກວດກາວຽກງານເລືອກຕັ້ງຢູ່ແຂວງ ດົ່ງທ໊າບ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ)

ວັນທີ 17 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ຮອງປະທານສະພາເລືອກຕັ້ງແຫ່ງຊາດ, ໄດ້ຕິດຕາມກວດກາ, ກວດກາວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃນບໍລິເວນແຂວງ ດົ່ງທ໊າບ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ, ແຂວງ ດົ່ງທ໊າບ ຕ້ອງສືບຕໍ່ຍູ້ແຮງວຽກງານໂຄສະນາ, ຂົນຂວາຍຂັ້ນຮາກຖານ, ແຕ່ລະຄອບຄົວ ແລະ ປະຊາຊົນທຸກຄົນເຂົ້າໃຈໄດ້ຄວາມສຳຄັນຂອງການເລືອກຕັ້ງ; ຜັນຂະຫຍາຍການເລືອກຕັ້ງໂດຍມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ; ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນຢ່າງແທ້ຈິ່ງ ໃນວຽກງານເລືອກຕັ້ງ, ແນະນຳ, ເລືອກຕັ້ງບັນດາຜູ້ທີ່ສົມເປັນຕົວແທນຂອງປະຊາຊົນໃນທົ່ວປະເທດຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.

        “ໃນໄລຍະນັບແຕ່ນີ້ຮອດວັນເລືອກຕັ້ງແມ່ນບໍ່ມີຫຼາຍ, ເພື່ອໃຫ້ວັນເລືອກຕັ້ງຢູ່ແຂວງ ດົ່ງທ໊າບ ໃຫ້ກາຍເປັນວັນບຸນຢ່າງແທ້ຈິງ, ທັງມີຄວາມປອດໄພ, ປະຢັດ, ໝາຍຜົນການເລືອກຕັ້ງຂອງແຂວງ ດົ່ງທາບ ບັນລຸຜົນສຳເລັດຄືດັ່ງຄວາມຫວັງ. ຂ້າພະເຈົ້າໄດ້ເນັ້ນໜັກອີກຄັ້ງໜຶ່ງທີ່ວ່າ ຄວນເສີມຂະຫຍາຍບົດບາດຂອງພະນັກງານ, ສະມາຊິກພັກ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາໃນວຽກງານໂຄສະນາ, ຂົນຂວາຍປະຊາຊົນຕັ້ງໜ້າເຂົ້າຮ່ວມການເລືອກຕັ້ງ. ລະດົມຜູ້ມີສິດເລືອກຕັ້ງຄົ້ນຄວ້າບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ມີສະຕິຕື່ນຕົວ, ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມການເລືອກຕັ້ງ, ຫຼິກລ້ຽງສະພາບການໄປປ່ອນບັດສ່ວຍ”.

ຕອບກັບ