ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ້ງ ຕ້ອນຮັບ ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ

Chia sẻ
(VOVWORLD) -ຕອນບ່າຍວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ້ງ ໄດ້ໃຫ້ການຕ້ອນຮັບທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ້ງ ຕ້ອນຮັບ ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ້ງ ຕ້ອນຮັບທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ (ພາບ: VGP)

 ທີ່ການຕ້ອນຮັບທ່ານ ຈິ້ງດິ່ງຢຸ້ງ  ໄດ້ຢັ້ງຢືນວ່າ ໃນໄລຍະທີ່ຜ່ານມາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ບັນດາກົນໄກສົ່ງເສີມລະອຽດຕໍ່ ພະລັງງານຜະລິດຄືນໃໝ່ແຕ່ລະຮູບແບບ. ການຂຸດຄົ້ນ ແລະ ນຳໃຊ້ພະລັງງານຜະລິດຄືນໃໝ່ຈະປະກອບສ່ວນເຂົ້າໃນການຫັນເປັນຫຼາຍຮູບຫຼາຍແບບ ແລະ ເປັນເຈົ້າການໃນການສະໜອງ ແລະຕອບສະໜອງໄດ້ຄວາມຕ້ອງການ, ປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ຕາມສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານ Andy Kinsella ກໍ່ຢັ້ງຢືນວ່າ ກຸ່ມບໍລິສັດ ມີນະໂຍບາຍເພື່ອໃຫ້ບຸລິມະສິດ ການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ຢ່າງສຸດຂີດ, ກໍ່ຄືການໃຫ້ບຸລິມະສິດນຳໃຊ້ເຕັກໂນໂລຢີ, ວັດສະດຸພາຍໃນປະເທດ.

ຕອບກັບ